ຫວຽດນາມ ເຂົ້າຮ່ວມການຝຶກຊ້ອມຮັກສາສັນຕິພາບຫຼາຍຝ່າຍ ຢູ່ ອິນໂດເນເຊຍ

(VOVWORLD) -  ວັນທີ 16 ກັນຍາ, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຮ່ວມລາຍການຝຶກຊ້ອມຮັກສາສັນຕິພາບຫຼາຍຝ່າຍໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດເປີດກວ້າງ (ADMM+) ທີ່ຈັດຂຶ້ນຢູ່ ອິນໂດເນເຊຍ.
ຫວຽດນາມ ເຂົ້າຮ່ວມການຝຶກຊ້ອມຮັກສາສັນຕິພາບຫຼາຍຝ່າຍ ຢູ່ ອິນໂດເນເຊຍ - ảnh 1ຄະນະນາຍທະຫານຫວຽດນາມ ເຂົ້າຮ່ວມການຝຶກຊ້ອມຮັກສາສັນຕິພາບ ຢູ່ ອິນໂດເນເຊຍ (ພາບ: daibieunhandan.vn)

        ເຂົ້າຮ່ວມພິທີໄຂ ລາຍການຝຶກຊ້ອມທີ່ສູນປ້ອງກັນຄວາມສະຫງົບ ແລະ ສັນຕິພາບ ອິນໂດເນເຊຍ (IPSC), ຢູ່ທາງພາກຕາເວັນຕົກ Java, ມີນາຍທະຫານ ແລະ ນັກສັງເກດການຝ່າຍທະຫານກວ່າ 500 ຄົນ ທີ່ມາຈາກ 18 ປະເທດ, ໃນນັ້ນມີພະນັກງານ, ນາຍທະຫານຂຶ້ນກັບກົມຮັກສາສັນຕິພາບຫວຽດນາມ ແລະ ເຫຼົ່າຮົບຊ່່າງແສງ ພ້ອມກັບພະນັກງານທູດທະຫານຫວຽດນາມອີກດ້ວຍ.

        ກ່າວຄໍາເຫັນທີ່ພິທີໄຂ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນໂດເນເຊຍ Ryamizard Ryacudu ໃຫ້ຮູ້ວ່າ ການຝຶກຊ້ອມຫຼາຍຝ່າຍຄັ້ງນີ້ ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມເພື່ອສະກັດກັ້ນສົງຄາມ ແລະ ແກ້ໄຂໄພພິບັດທີ່ອາດຈະເກີດຂຶ້ນຈາກສົງຄາມໃນຍຸກປັດຈຸບັນ ເພື່ອແນໃສ່ຍົກສູງຄວາມສາມາດ, ຄວາມເປັນມືອາຊີບ ແລະ ຄວາມພ້ອມຂອງກໍາລັງພິທັກຮັກສາສັນຕິພາບ, ຍົກສູງການສົມທົບລະຫວ່າງບັນດາປະເທດໃນຂອບເຂດກອງປະຊຸມ ADMM+, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວປົກປັກຮັກສາສັນຕິພາບຂອງໂລກ.

        ບັນດານາຍທະຫານເຂົ້າຮ່ວມບັນດາເນື້ອໃນຝຶກຊ້ອມຢູ່ 2 ຂົງເຂດວິຊາການ ແລະ ຝຶກແອບທັກສະທີ່ກ່ຽວຂ້ອງເຖິງກັນ ແລະ ໄດ້ນໍາໃຊ້ເພື່ອສ້າງໂລກແຫ່ງສັນຕິພາບ. ລາຍການຝຶກຊ້ອມຮັກສາສັນຕິພາບຖືກດໍາເນີນແຕ່ວັນທີ 13 ຮອດວັນທີ 23 ກັນຍາ 2019 ຈຶ່ງອັດລົງ.

ເຮືອງຈາ - ນັກຂ່າວ VOV ປະຈໍາ ອິນໂດເນເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ