ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ອາ​ຊຽນ - ອາ​ເມ​ລິ​ກາ ຢ່າງ​ຕັ້​ງ​ໜ້າ

(VOVWORLD) - ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕີລາຄາສູງຄຳໝັ້ນສັນຍາຂອງ ອາເມລິກາ ໃນການສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ແລະ ຊຸກຍູ້ການຮ່ວມມືຮອບດ້ານ ກັບພາກພື້ນ, ພິເສດແມ່ນທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ.
ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ອາ​ຊຽນ - ອາ​ເມ​ລິ​ກາ ຢ່າງ​ຕັ້​ງ​ໜ້າ - ảnh 1ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບໍ່ເປັນທາງການ (ພາບ: VOV)

“ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ອາຊຽນ - ອາເມລິກາ ຢ່າງຕັ້ງໜ້າ, ພິເສດແມ່ນໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADMM+). ນີ້ແມ່ນຄຳຢືນຢັນຂອງທ່ານພົນເອກ ຟານວັນຢາງ, ຮອງເລຂາອົງຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໃນກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບໍ່ເປັນທາງການ ອາຊຽນ - ອາເມລິກາ ເຊິ່ງດຳເນີນຢູ່ນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ ໃນວັນທີ 15 ພະຈິກ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນເອກ ຟານວັນຢາງ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕີລາຄາສູງຄຳໝັ້ນສັນຍາຂອງ ອາເມລິກາ ໃນການສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ແລະ ຊຸກຍູ້ການຮ່ວມມືຮອບດ້ານ ກັບພາກພື້ນ, ພິເສດແມ່ນທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ.

        ໃນຂະນະນັ້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin  ໄດ້ທົບທວນຄືນບັນດາບາດກ້າວທີ່ບັນລຸໄດ້ລະຫວ່າງ ອາຊຽນ ແລະ ອາເມລິກາ ນັບແຕ່ເມື່ອສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດກັບ ອາຊຽນ. ພ້ອມທັງຢັ້ງຢືນວ່າ ອາເມລິກາ ຖືເປັນສຳຄັນການຮ່ວມມື ADMM+, ເຊິ່ງເປັນກົນໄກຮ່ວມມືສຳຄັນໃນໂຄງສ້າງຄວາມໝັ້ນຄົງຂອງພາກພື້ນ.

ຟ້າມຮ່າ - ນັກຂ່າວ VOV ປະຈຳ ອິນໂດເນເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ