ຫວຽດນາມ ເຂົ້າຮ່ວມການເຈລະຈາ ລັດເຊຍ - ອາຊຽນ ຢູ່ EEF 2023

(VOVWORLD) - ເວທີປາໄສດັ່ງກ່າວໄດ້ສຸມໃສ່ເຂົ້າໃນຫຼາຍບັນຫາແມ່ນທ່າອ່ຽງພັດທະນາລວມໃນປະຈຸບັນຂອງບັນດາປະເທດໃນໂລກ
ຫວຽດນາມ ເຂົ້າຮ່ວມການເຈລະຈາ ລັດເຊຍ - ອາຊຽນ ຢູ່ EEF 2023 - ảnh 1ເວທີປາໄສເສດຖະກິດສາກົນຝ່າຍຕາເວັນອອກ
(ພາບ: TTXVN)

          ວັນທີ 11 ກັນຍາ, ໃນຂອບເຂດເວທີປາໄສເສດຖະກິດສາກົນຝ່າຍຕາເວັນອອກ (EEF 2023) ຢູ່ Saint Petersburg, ໄດ້ຈັດການເຈລະຈາລະຫວ່າງ ລັດເຊຍ - ອາຊຽນ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສະຫະພັນລັດເຊຍ ກັບບັນດາປະເທດສະມາຊິກ ອາຊຽນ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ໂດ້ແທງຈູງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນນຳໜ້າເຂົ້າຮ່ວມເຫດການ. ທ່ານຮອງລັດຖະມົນຕີ ໂດ້ແທງຈູງ ຖືວ່າ, ເວທີປາໄສດັ່ງກ່າວໄດ້ສຸມໃສ່ເຂົ້າໃນຫຼາຍບັນຫາແມ່ນທ່າອ່ຽງພັດທະນາລວມໃນປະຈຸບັນຂອງບັນດາປະເທດໃນໂລກ, ໃນນັ້ນມີ ຫວຽດນາມ, ຄື: ການນຳໃຊ້ພະລັງງານບັນລຸປະສິດທິຜົນ; ເສດຖະກິດໝູນວຽນ, ເສດຖະກິດສີຂຽວ… ພິເສດ, ບັນດາປະເທດໄດ້ມີຄວາມສົນໃຈຫຼາຍຢ່າງເຖິງຂົງເຂດການຫັນເປັນດີຈີຕອນ ເພື່ອຮັບໃຊ້ການດຳລົງຊີວິດ, ຊີວິດປະຈຳວັນ ແລະ ການພັດທະນາເສດຖະກິດ.

          ພ້ອມກັນນັ້ນ, ລັດເຊຍ ກໍ່ແນະນຳຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງຂອງພາກຕາເວັນອອກໄກ ໃຫ້ແກ່ບັນດາປະເທດ ອາຊຽນ. ຕາມທ່ານຮອງລັດຖະມົນຕີ ໂດ້ແທງຈູງ ແລ້ວ, ເລື່ອງສິນຄ້າຂອງ ຫວຽດນາມ ໄດ້ວາງຂາຍຢູ່ຫຼາຍຮ້ານສັບພະສິນຄ້າຢູ່ເຂດຕາເວັນອອກໄກຂອງ ລັດເຊຍ ແມ່ນທ່າໄດ້ປຽບທີ່ໃຫຍ່ຫຼວງໃຫ້ແກ່ວິສະກິດ ຫວຽດນາມ ເພີ່ມທະວີການເຄື່ອນໄຫວຮ່ວມມືລົງທຶນ, ການຄ້າໃຫ້ຫຼາຍກວ່າເກົ່າ.

          ກ່ຽວກັບຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ທ່ານຮອງລັດຖະມົນຕີ ໂດ້ແທງຈູງ ຖືວ່າ, ການທ່ອງທ່ຽວເຂດຕາເວັນອອກໄກແມ່ນກາລະໂອກາດທີ່ມີຄວາມສາມາດບົ່ມຊ້ອນ, ບໍ່ພຽງແຕ່ສຳລັບແຂກທ່ອງທ່ຽວ ຫວຽດນາມ ເທົ່ານັ້ນ, ຫາກຍັງໃຫ້ນັບທັງວິສາຫະກິດທ່ອງທ່ຽວ ຫວຽດນາມ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ