ຫວຽດນາມ ເຂົ້າຮ່ວມການເຈລະຈາ ອາຊຽນ - ອີຢູ ກ່ຽວກັບການພັດທະນາແບບຍືນຍົງ

(VOVWORLD) - ດ້ວຍຫົວຂໍ້ “ມຸ່ງໄປເຖິງການບັນລຸບັນດາເປົ້າໝາຍພັດທະນາແບບຍືນຍົງ”, ການ ເຈລະຈາລະຫວ່າງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) – ສະຫະພາບ ເອີຣົບ (ອີຢູ) 
 
ຫວຽດນາມ ເຂົ້າຮ່ວມການເຈລະຈາ ອາຊຽນ - ອີຢູ ກ່ຽວກັບການພັດທະນາແບບຍືນຍົງ - ảnh 1 ການ ເຈລະຈາ ອາຊຽນ - ອີຢູ

ກ່ຽວກັບການພັດທະນາແບບຍືນຍົງ ໄດ້ດຳເນີນແຕ່ວັນທີ 17 ພະຈິກ ຢູ່ນະຄອນຫລວງ ບາງກອກ ປະເທດ ໄທ. ນີ້ແມ່ນການ ເຈລະຈາ ອາຊຽນ - ອີຢູ ກ່ຽວກັບການພັດທະນາແບບຍືນຍົງຄັ້ງທຳອິດ ໄດ້ຮັບການຈັດຕັ້ງບົນພື້ນຖານການຜັນຂະຫຍາຍໝາກຜົນຂອງກອງປະຊຸມລັດຖະມົນຕີ ອາຊຽນ - ອີຢູ ຄັ້ງທີ 21 (ບາງກອກ ເດືອນ 10/2016) ແນໃສ່ສ້າງພື້ນຖານ ເພື່ອຊຸກຍູ້ການຮ່ວມມື, ປະຕິບັດໂຄງການດຳເນີນງານ 2030 ຂອງສະຫະປະຊາຊາດຢ່າງມີປະສິດທິຜົນກ່ຽວກັບການພັດທະນາແບບຍືນຍົງ ແລະ ສັນຍາ Paris ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

        ທີ່ການເຈລະຈາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ ໄດ້ສະເໜີ 4 ຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ຊຶ່ງ ອາຊຽນ ແລະ ອີຢູ ອາດຈະສືບຕໍ່ຊຸກຍູ້.

ຕອບກັບ

ຂ່າວ/ບົດ​ອື່ນ