ຫວຽດນາມ ເຂົ້າຮ່ວມການແຂ່ງຂັນຍິງປຶນສໍາລັບທະຫານບັນດາປະເທດ ອາຊຽນ ຄັ້ງທີີ 29

(VOVWORLD) -ຄະນະນັກແຂ່ງຂັນຫວຽດນາມ ລວມມີ 33 ຄົນ ເຊິ່ງເປັນພະນັກງານ, ພາລະກອນ, ນາຍທະຫານ, ນັກກິລາຍິງປືນ ເຂົ້າຮ່ວມ.
ຫວຽດນາມ ເຂົ້າຮ່ວມການແຂ່ງຂັນຍິງປຶນສໍາລັບທະຫານບັນດາປະເທດ ອາຊຽນ ຄັ້ງທີີ 29 - ảnh 1ຄະນະນັກແຂ່ງຂັນຫວຽດນາມ ເຂົ້າຮ່ວມການແຂ່ງຂັນ (ພາບ:Vietnam+)

ວັນທີ 20 ພະຈິກ, ຢູ່ນະຄອນ Bandung ຂຶ້ນກັບ ແຂວງທາງທິດຕາເວັນຕົກ ຂອງ ເກາະ Java ຂອງ ອິນໂດເນເຊຍ, ການແຂ່ງຂັນຍິງປືນ ສໍາລັບທະຫານ ບັນດາປະເທດ ອາຊຽນ ຄັ້ງທີ 29 (AARM 29) ໄດ້ໄຂຂຶ້ນຢ່າງເປັນທາງການ  ດ້ວຍການເຂົ້າຮ່ວມຂອງທະຫານ 330 ຄົນທີ່ມາຈາກ 10 ປະເທດສະມາຊິກ ອາຊຽນ. ຄະນະນັກແຂ່ງຂັນຫວຽດນາມ ລວມມີ 33 ຄົນ ເຊິ່ງເປັນພະນັກງານ, ພາລະກອນ, ນາຍທະຫານ, ນັກກິລາຍິງປືນ ເຂົ້າຮ່ວມ.

        ນີ້ແມ່ນການເຄື່ອນໄຫວປະຈໍາປີ ຂອງກໍາລັງທະຫານບົກບັນດາປະເທດ ອາຊຽນ ເພື່ອສ້າງໂອກາດໃຫ້ຍົກສູງໄມຕີຈິດມິດຕະພາບ, ຄວາມເຂົ້າໃຈ ແລະ ຮຽນຮູ້ເຊິ່ງກັນແລະກັນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງກອງທັບບັນດາປະເທດໃນພາກພື້ນຢ່າງແຮງ.

        AARM 29 ເລີ່ມຈັດຂຶ້ນແຕ່ວັນທີ 14 ຫາວັນທີ 27 ພະຈິກ ຈຶ່ງອັດລົງ. ໃນຂອບເຂດເຫດການ, ຈະດໍາເນີນກອງປະຊຸມຜູ້ບັນຊາການທະຫານບົກ ບັນດາປະເທດ ອາຊຽນ ຄັ້ງທີ 20 ແລະ ກອງປະຊຸມປະຈໍາປີນາຍທະຫານບົກຊັ້ນລ່າງ ບັນດາປະເທດ ອາຊຽນ ຄັ້ງທີ 9.

 ເຮືອງຈ່າ, ນັກຂ່າວ VOV ປະຈໍາ ອິນໂດເນເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ