ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ ອາ​ຊຽນ - ສ.ເກົາຫຼີ ຄັ້ງ​ທີ 28

(VOVWORLD) - ທ່ານ ຮອງລັດຖະມົນຕີການຕ່າງປະເທດ ໂດຮູງຫວຽດ ໄດ້ສະເໜີສຸມໃສ່ບຸລິມະສິດແຫຼ່ງກຳລັງ ໃຫ້ແກ່ການພັດທະນາພື້ນຖານໂຄງລ່າງດີຈີຕອນ, ໝູນໃຊ້ພື້ນຖານດີຈີຕອນ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຮັດແຄບໄລຍະຫ່າງດີຈີຕອນ, ພັດທະນາເສດຖະກິດດີຈີຕອນ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຫາກໍ່ພົ້ນເດັ່ນຂຶ້ນ.
ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ ອາ​ຊຽນ - ສ.ເກົາຫຼີ ຄັ້ງ​ທີ 28 - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດຮູງຫວຽດ ຫົວໜ້າຄະນະ SOM ຫວຽດນາມ
(ພາບ: ກະຊວງການຕ່າງປະເທດ)

ວັນທີ 4 ເມສາ, ຢູ່ ເຊີອູນ, ສ.ເກົາຫຼີ ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດຮູງຫວຽດ ຫົວໜ້າຄະນະ SOM ຫວຽດນາມ ພ້ອມກັບຄະນະ SOM ສ.ເກົາຫຼີ Chung Byung-won ໄດ້ເປັນປະທານຮ່ວມບໍລິຫານການໂອ້ລົມສົນທະນາ ອາຊຽນ - ສ.ເກົາຫຼີ ປະຈຳປີ ຄັ້ງທີ 28, ພ້ອມກັບການເຂົ້າຮ່ວມຂອງ ຫົວໜ້າຄະນະ SOM ບັນດາປະເທດ ອາຊຽນ ແລະ ຮອງເລຂາທິການໃຫຍ່ ອາຊຽນ.

ທີ່ກອງປະຊຸມ, ໂດຍຕາງໜ້າ ອາຊຽນ ກ່າວຄຳເຫັນກ່ຽວກັບຫົວຂໍ້ ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ, ທ່ານ ໂດຮູງຫວຽດ ໄດ້ສະເໜີສຸມໃສ່ບຸລິມະສິດແຫຼ່ງກຳລັງ ໃຫ້ແກ່ການພັດທະນາພື້ນຖານໂຄງລ່າງດີຈີຕອນ, ໝູນໃຊ້ພື້ນຖານດີຈີຕອນ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຮັດແຄບໄລຍະຫ່າງດີຈີຕອນ, ພັດທະນາເສດຖະກິດດີຈີຕອນ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຫາກໍ່ພົ້ນເດັ່ນຂຶ້ນ. ໂດຍກະກຽມເລື່ອງມອບບົດບາດປະສານງານການພົວພັນ ອາຊຽນ - ສ.ເກົາຫຼີໃຫ້ແກ່ໄທ ຢູ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ສ.ເກົາຫຼີ ເດືອນກໍລະກົດ 2024, ທ່ານຮອງລັດຖະມົນຕີ ໂດຮຸ່ງ ຫວຽດ ຢັ້ງຢືນ ວ່າ ຫວຽດນາມ ຈະສົມທົບກັບໄທຢ່າງແໜ້ນແຟ້ນ ໃນວິວັດທະນາການນີ້, ຮັບປະກັນການເຊື່ອມຕໍ່ ແລະ ມານະພະຍາຍາມຊຸກຍູ້ເລື່ອງນຳການພົວພັນ ອາຊຽນ - ສ.ເກົາຫຼີຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ