ຫວ​ຽດ​ນາມ ເຂົ້າ​ຮ່ວມ​ການ​ໂອ້​ລົ​ມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ຂອງ ອາ​ຊຽນ ກ່ຽວ​ກັບ​ບັນ​ຫາ​ການ​ເງິນ - ທະ​ນາ​ຄານ

(VOVWORLD) - ທ່ານຮອງຜູ້ວ່າການ ຟ້າມກວ໋າງຢຸງ ໄດ້ຮັບຮູ້ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາຂໍ້ລິເລີ່ມຢູ່ພາກພື້ນ ກ່ຽວກັບເຄືອຂ່າຍແບ່ງປັນຂໍ້ມູນ ແລະ ເພີ່ມທະວີຄວາມໝັ້ນຄົງ ທາງເຄືອຂ່າຍອິນເຕີເນັດ (CRISP) ເພື່ອໃຫ້ບັນດາປະເທດສະມາຊິກແບ່ງປັນຂໍ້ມູນ.
ຫວ​ຽດ​ນາມ ເຂົ້າ​ຮ່ວມ​ການ​ໂອ້​ລົ​ມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ຂອງ ອາ​ຊຽນ ກ່ຽວ​ກັບ​ບັນ​ຫາ​ການ​ເງິນ - ທະ​ນາ​ຄານ - ảnh 1ການໂອ້ລົມສົນທະນານະໂຍບາຍລະຫວ່າງບັນດາຜູ້ວ່າການທະນາຄານສູນກາງ ຂອງ ອາຊຽນ ກັບຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ (CEO) ບັນດາອົງການການເງິນ (ພາບ: TTXVN)

ວັນທີ 4 ເມສາ ຢູ່ຫຼວງພະບາງ (), ດຳເນີນການໂອ້ລົມສົນທະນານະໂຍບາຍລະຫວ່າງບັນດາຜູ້ວ່າການທະນາຄານສູນກາງ ຂອງ ອາຊຽນ ກັບຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ (CEO) ບັນດາອົງການການເງິນ. ນີ້ແມ່ນເຫດການນອນໃນບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມລັດຖະມົນຕີ ການເງິນ ອາຊຽນ (AFMM) ຄັ້ງທີ 28 ແລະ ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ (AFMGM) ຄັ້ງທີ 11 ທີ່ໄດ້ດຳເນີນໃນລະຫວ່າງວັນທີ 3 – 5 ເມສາ ປີ 2024 ຢູ່ ລາວ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງຜູ້ວ່າການທະນາຄານແຫ່ງລັດ ຟ້າມກວາງຢຸງ ນຳໜ້າ ເຂົ້າຮ່ວມການໂອ້ລົມສົນທະນາ.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານຮອງຜູ້ວ່າການ ຟ້າມກວ໋າງຢຸງ ໄດ້ຮັບຮູ້ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາຂໍ້ລິເລີ່ມຢູ່ພາກພື້ນ ກ່ຽວກັບເຄືອຂ່າຍແບ່ງປັນຂໍ້ມູນ ແລະ ເພີ່ມທະວີຄວາມໝັ້ນຄົງ ທາງເຄືອຂ່າຍອິນເຕີເນັດ (CRISP) ເພື່ອໃຫ້ບັນດາປະເທດສະມາຊິກແບ່ງປັນຂໍ້ມູນ, ເພື່ອແນໃສ່ຕ້ານຄືນບັນດາຄວາມສ່ຽງຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ. ເພື່ອເພີ່ມທະວີບັນດາຂໍ້ລິເລີ່ມນີ້ໃຫ້ຫຼາຍກ່ວາອີກ ກໍ່ຄືບັນດາຂໍ້ລິເລີ່ມ ເຊື່ອມຕໍ່ດີຈີຕອນໃນອະນາຄົດ. ທ່ານ ຮອງຜູ້ວ່າການ ຟ້າມກ໋ວາງຢຸງ ສະເໜີໃຫ້ພາກເອກະຊົນເຂົ້າຮ່ວມຢ່າງແໜ້ນແຟ້ນ ໃນການສະເໜີ ບັນດາວິທີການທີ່ມີລັກສະນະເຕັກນິກ ແລະ ແຫຼ່ງກຳລັງຢ່າງລະອຽດ, ເພື່ອແນໃສ່ຫຼຸດຜ່ອນຄວາມສ່ຽງ ແລະ ຊຸກຍູ້ຄວາມສາມາດໃນການເຊື່ອມຕໍ່ໃນພາກພື້ນ ໃຫ້ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ