ຫວຽດນາມ ເຂົ້າຮ່ວມງານ Festival ບັນດາເຜົ່າສ່ວນໜ້ອຍທົ່ວ ເຊັກໂກ 2018

(VOVWORLD) - ຫວຽດນາມ ພ້ອມກັບ 19 ປະເທດ ແລະ ເຂດແຄ້ວນໃນໂລກ ໄດ້ໂຄສະນາເຜີຍແຜ່ຄວາມງາມທີ່ເປັນເອກະລັກສະເພາະຂອງວັດທະນະທຳຮີດຄອງປະເພນີຢູ່ງານມະໂຫລານບັນດາເຜົ່າສ່ວນໜ້ອຍ ເຊັກໂກ ຄັ້ງທີ 20 ເຊິ່ງດຳເນີນຢູ່ນະຄອນຫລວງ ປຣາຮາ ແຕ່ວັນທີ 24 – 27 ພຶດສະພາ.
ຫວຽດນາມ ເຂົ້າຮ່ວມງານ Festival ບັນດາເຜົ່າສ່ວນໜ້ອຍທົ່ວ ເຊັກໂກ 2018 - ảnh 1ຫວຽດນາມ ເຂົ້າຮ່ວມງານ Festival ບັນດາເຜົ່າສ່ວນໜ້ອຍທົ່ວ ເຊັກໂກ 2018 

ດ້ວຍຫົວຂໍ້ທີ່ວ່າ “ປຣາຮາ - ຫົວໃຈຂອງບັນດາປະຊາຊາດ” ງານມະໂຫລານປີນີ້ ລວມມີບັນດາລາຍການຟ້ອນລຳທຳເພງ, ສະແດງຊຸດອາພອນປະຈຳເຜົ່າຂອງບັນດາປະເທດ, ງານວາງສະແດງເຄື່ອງສິລະປະຫັດຖະກຳ ແລະ ບັນລະຍາຍການສະແດງກ່ຽວກັບບັນດາວາດຟ້ອນທີ່ເປັນເອກະລັກ. ທ່ານ ຟ້າມຢາເຮົ້າ, ປະທານສະມາຄົມວັດທະນະທຳ, ສິລະປະ ຫວຽດນາມ ປະຈຳ ເຊັກໂກ, ຜູ້ກຳກັບບັນດາການເຄື່ອນໄຫວຂອງກອງສິລະປະ ຫວຽດນາມ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ສຸດ ເມື່ອໄດ້ຕາງໜ້າໃຫ້ປະຊາຄົມຊາວ ຫວຽດນາມ ພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ ສ.ເຊັກໂກ. ໂດຍຜ່ານງານ Festival ນີ້, ການນຳສະມາຄົມຊາວ ຫວຽດນາມ ກໍ່ຄືບັນດາສະມາຄົມ, ຄະນະອື່ນໆ ຢາກຝາກເຖິງຊາວ ເຊັກໂກ ແລະ ເພື່ອນມິດສາກົນກ່ຽວກັບຮູບພາບຂອງປະຊາຄົມສະໜິດສະໜົມ, ກໍ່ຄືສານທີ່ວ່າ ພວກຂ້າພະເຈົ້າຢາກເຊື່ອມຕົວເຂົ້າກັບສັງຄົມ ເຊັກໂກ ຫລາຍກ່ວາອີກ”

ຕອບກັບ

ຂ່າວ/ບົດ​ອື່ນ