ຫວຽດນາມ ເຂົ້າຮ່ວມງານຕະຫລາດນັດຄິດສະມາດສາກົນປຣາຮາ2016

ຫວຽດນາມ ເຂົ້າຮ່ວມງານຕະຫລາດນັດຄິດສະມາດສາກົນປຣາຮາ2016 - ảnh 1
(ພາບປະກອບ/TTXVN)

(vovworld) – ​ ວັນ​ທີ 27/11, ຫວຽດນາມ ພ້ອມ​ກັບ​ 48 ປະ​ເທດ​ວາງສະ​ແດງ​ຜະລິດ​ຕະພັນ​ພື້ນ​ເມືອງ​ຢູ່​ງານຕະຫລາດນັດ ຄິດສະມາ​ດສາກົນ ​ປຣາຮາ 2016 ຊຶ່ງ​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ ປຣາຮາ ​ແຫ່ງ ສ.​ເຊັກ​ໂກ. ງານ​ຕະຫລາດນັດ ດັ່ງກ່າວ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ກຸສົນ​ທີ່​ສຳຄັນ​ທີ່​ສຸດຢູ່ ສ.​ເຊັກ​ໂກ ​ໂດຍ ສະມາ​ຄົມ​ສາມີ, ພັນ​ລະ​ຍາຂອງ​ນັກ​ການ​ທູດ​ສາກົນ​ທີ່​ຈັດ​ຂຶ້ນ​ໃນ​ແຕ່ລະ​ປີ ດ້ວຍ​ການ​ອຸປະຖຳ​ຂອງ​ພັນ​ລະ​ຍາ​ຂອງ​ປະທານາທິບໍດ​ີ ສ.​ເຊັກ​ໂກ ​ແນ​ໃສ່​ສ້າງ​ກອງ​ທຶນ​ໜູນ​ຊ່ວຍ​ບັນດາ​ອົງການ​ມະນຸດສະທຳ​ຢູ່ ສ.​ເຊັກ​ໂກ. ປີ​ນີ້ບັນດາ​ຮ້ານ​ວາງສະ​ແດງ​ຂອງ ຫວຽດນາມ ທີ່​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ​ໄດ້​ແນະນຳ​ສິນຄ້າ​ຫລາຍ​ປະ​ເພດ​ຄື: ​ແພ​ໄໝ, ​ເຄື່ອງ​ຈັກສານ, ບັນດາ​ຜະລິດ​ຕະພັນ​ສິລະ​ປະ​ຫັດຖະກຳ, ​ເຂົ້າໜົມໝາກ​ຖົ່ວ​ເຫຼືອງ, ກາ​ເຟ, ຊາ ​ແລະ ອື່ນໆ. ທ່ານ​ນາງ ຟ້າ​ມງ້ອກ​ເຈີ​ມ ພັນ​ລະ​ຍາ​ຂອງ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະ​ຈຳ ສ.​ເຊັກ​​ໂກ ​ໃຫ້​ຮູ້​ວ່າ:

        “ນັບ​ແຕ່​ປີ 2000 ​ເປັນ​ຕົ້ນ​ມາ, ຂະນະທີ່​ສະມາ​ຄົມ​ສາມີ, ພັນ​ລະ​ຍາຂອງ​ນັກ​ການ​ທູດ​ສາກົນ​​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ກຸສົນ ​ເພື່ອ​ສ້າງ​​ກອງ​ທຶນ​ສະໜັບ​ສະ​ໜູນ​ບັນດາ​ຜູ້​ດ້ອຍ​ໂອກາດ​​ໃນ​ປະຊາ​ຄົມ​ຢູ່ ສ.​ເຊັກ​ໂກ, ຫວຽດນາມ ​ປີ​ໃດ​ກໍ່​ໄດ້​ເຂົ້າ​ຮ່ວມ. ​ໃນ​ເວລາ​ມໍ່ໆ​ນາ​ນີ້ຄື​ໃນ​ປີ 2015 ກໍ່​ໄດ້​ຈັດ​ຕັ້ງ​ງານ​ຕະຫລາດນັດ​ຢ່າງ​ສຳ​ເລັດ​ຜົນ. ປີ​ນີ້ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ງານ​ຕະຫລາດນັດຈະ​ຂາຍ​ປີ້, ຂາຍສິນຄ້າ ​ແລະ ​ແຜ່​ບໍລິຈາ​ກ​ເງິນ​ໄດ້​ຢ່າງ​ຫລວງຫລາຍ ​ເພື່ອ​ສະໜັບສະໜູນ​ການ​ເຄື່ອນ​ໄຫວ​ກຸສົນ​ຢູ່ ສ.​ເຊັກ​ໂກ”.

 

ຂ່າວ/ບົດ​ອື່ນ