ຫວຽດນາມ ເຂົ້າຮ່ວມງານຕະຫລາດນັດວາງສະແດງຜະລິດຕະພັນທຳມະຊາດຢູ່ ອິນເດຍ

(VOVWORLD) - ວັນທີ 15 ທັນວາ, ທີ່ນະຄອນ Kolkata ລັດ Bengal ປະເທດ ອິນເດຍ ໄດ້ໄຂງານຕະຫລາດນັດວາງສະແດງຜະລິດຕະພັນທຳມະຊາດ ແລະ ສະບຽງອາຫານອິນຊີ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN Natural & Organic Show).
ຫວຽດນາມ ເຂົ້າຮ່ວມງານຕະຫລາດນັດວາງສະແດງຜະລິດຕະພັນທຳມະຊາດຢູ່ ອິນເດຍ - ảnh 1 ຫວຽດນາມ ເຂົ້າຮ່ວມງານຕະຫລາດນັດວາງສະແດງຜະລິດຕະພັນທຳມະຊາດຢູ່ ອິນເດຍ (ພາບ: ຫວຽດນາມ +)

ງານຕະຫລາດນັດວາງສະແດງ, ແນະນຳບັນດາຜະລິດຕະພັນຄື: ການຢາ, ເຄື່ອງສຳອາງ, ອາຫານທີ່ມີທາດບຳລຸງ, ສະບຽງອາຫານ, ນ້ຳດື່ມທຳມະຊາດ, ສະໝຸນໄພ, ເຄື່ອງປະດັບປະດາ, ເຄື່ອງຫັດຖະກຳ...ມີວິສາຫະກິດປະມານ 80 ແຫ່ງທີ່ມາຈາກ ຫວຽດນາມ, ສິງກະໂປ, ໄທ, ມາເລເຊຍ, ຟີລິບປີນ, ບັງກະລາເທດ, ລັດເຊຍ ແລະ ວິສາຫະກິດ ອິນເດຍ ປະມານ 200 ແຫ່ງເຂົ້າຮ່ວມງານວາງສະແດງ, ແນະນຳບັນດາຜະລິດຕະພັນ, ສິນຄ້າຢູ່ງານຕະຫລາດນັດ. ຄະນະ ຫວຽດນາມ ມີວິສາຫະກິດເຂົ້າຮ່ວມ 3 ແຫ່ງ ວາງສະແດງບັນດາປະເພດສິນຄ້າຄື: ກາເຟປອດສານພິດ, ຊາ…ພ້ອມກັບວິສາຫະກິດ 20 ແຫ່ງເຂົ້າຮ່ວມຕາມໂຄງການໜູນຊ່ວຍຂອງລັດຖະບານ ຫວຽດນາມ ແລະ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ