ຫວຽດນາມ ເຂົ້າຮ່ວມງານຕະຫລາດນັດສົ່ງອອກ-ນຳເຂົ້າຄັ້ງທີ 12 ຢູ່ ກຳປູເຈຍ

(VOVWORLD) -ຕອນບ່າຍວັນທີ 15 ທັນວາ, ທີ່ນະຄອນຫລວງ ພະນົມເປັນ ປະເທດ ກຳປູເຈຍ ໄດ້ໄຂງານຕະຫລາດນັດສົ່ງອອກ - ນຳ ເຂົ້າ ແລະ 1 ແຂວງ ໜຶ່ງຜະລິດຕະພັນ ກຳປູເຈຍ ຄັ້ງທີ 12
ຫວຽດນາມ ເຂົ້າຮ່ວມງານຕະຫລາດນັດສົ່ງອອກ-ນຳເຂົ້າຄັ້ງທີ 12 ຢູ່ ກຳປູເຈຍ - ảnh 1 ຫວຽດນາມ ເຂົ້າຮ່ວມງານຕະຫລາດນັດສົ່ງອອກ-ນຳເຂົ້າຄັ້ງທີ 12 ຢູ່ ກຳປູເຈຍ

ດ້ວຍການເຂົ້າຮ່ວມຈາກຫລາຍປະເທດພາຍໃນ ແລະ ນອກພາກພື້ນ. ງານຕະຫລາດນັດດຳເນີນແຕ່ວັນທີ 15 - 18 ທັນວາ, ງານຕະຫລາດໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດ 200 ແຫ່ງ ດ້ວຍຮ້ານວາງສະແດງ 286 ຮ້ານ ທີ່ມາຈາກ 25 ແຂວງ, ນະຄອນຂອງ ກຳປູເຈຍ ແລະ ບັນດາປະເທດຄື: ຫວຽດນາມ, ຈີນ, ຍີ່ປຸ່ນ, ໄທ…ທີ່ງານຕະຫລາດນັດຄັ້ງນີ້, ຫວຽດນາມ ມີວິສາຫະກິດ 6 ແຫ່ງເຂົ້າຮ່ວມ ດ້ວຍຮ້ານວາງສະແດງ 8 ຮ້ານ, ແນະນຳບັນດາຜະລິດຕະພັນທີ່ມີທ່າແຮງ ແລະ ກ ຳລັງແກ່ງແຍ້ງໃນຕະຫລາດສາກົນຄື: ວັດສະດຸກໍ່ສ້າງ, ເຄື່ອງສິລະປະຫັດຖະກຳ, ເຄື່ອງອຸປະກອນໄຟຟ້າ…

ຕອບກັບ

ຂ່າວ/ບົດ​ອື່ນ