ຫວຽດນາມ ເຂົ້າຮ່ວມງານຕະຫລາດນັດໃຫຍ່ສຸດຢູ່ ອິນເດຍ

(VOVWORLD) - ງານຕະຫລາດນັດເຄື່ອງໃຊ້ສອຍສາກົນ ອິນເດຍ ຄັ້ງທີ 38 (IITF 2018) ໄດ້ໄຂຂຶ້ນໃນວັນທີ 14 ພະຈິກ ຢູ່ສູນວາງສະແດງ Pragati Maidan, ນະຄອນຫລວງ New Delhi. 
ຫວຽດນາມ ເຂົ້າຮ່ວມງານຕະຫລາດນັດໃຫຍ່ສຸດຢູ່ ອິນເດຍ - ảnh 1 ຮ້ານວາງສະແດງຂອງ ຫວຽດນາມ ຢູ່ງານຕະຫລາດນັດ (ພາບ: TTXVN)

ງານຕະຫລາດນັດດ້ວຍຫົວເລື່ອງວ່າ “ວິສາຫະກິດຈາກຊົນນະບົດ”, ໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດສາກົນ ແລະ ອິນເດຍ ກ່ວາ 1.000 ແຫ່ງ, ຄາດວ່າ ຈະໄດ້ຕ້ອນຮັບແຂກມາຢ້ຽມຊົມ, ຊື້ເຄື່ອງຂອງນັບລ້ານເທື່ອຄົນ. ບັນດາວິສາຫະກິດ ຫວຽດນາມ ໄດ້ວາງສະແດງຂາຍຜະລິດຕະພັນຢູ່ 2 ຮ້ານ, ແນໃສ່ແນະນຳ, ໂຄສະນາກ່ຽວກັບສິນຄ້າ, ການບໍລິການຂອງຕົນ ແລະ ຊອກຫາກາລະໂອກາດຮ່ວມມືດຳເນີນທຸລະກິດກັບບັນດາຄູ່ຮ່ວມມື ອິນເດຍ ແລະ ສາກົນ. IITF ແມ່ນງານຕະຫລາດນັດຫລາຍຂະແໜງ, ທີ່ມີຂອບຂະໜາດໃຫຍ່ສຸດຢູ່ ອິນເດຍ, ໂດຍອົງການສົ່ງເສີມການຄ້າ (ITPO) ຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຕັ້ງປະຈຳປີ. IITF 2018 ຈະອັດລົງໃນວັນທີ 27 ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ