ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດ ສິນໃນນ້ຳສາກົນຢູ່ ອາເມລິກາ

ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດ ສິນໃນນ້ຳສາກົນຢູ່ ອາເມລິກາ - ảnh 1
ພາບປະກອບ

( vovworld ) ວັນ​ທີ 12/3, ​ຕາມ​ເວລາ​ອາ​ເມ​ລິ​ກາ, ຢູ່​ນະຄອນ Boston ລັດ Massachussetts ​ໄດ້​ຈັດງານ​ຕະຫຼາດນັດ​ສິນ​ໃນ​ນ້ຳສາກົນ. ນີ້​ແມ່ນ​ງານ​ຕະຫຼາດນັດ​ຂະໜາດ​ໃຫ່ຍກ່ວາ​ໝູ່​​ໃນເຂດ ອາ​ເມ​ລິ​ກາ​ເໜືອ ກ່ຽວ​ກັບ​ບັນດາ​ຜະລິດ​ຕະພັນ​ສິນ​ໃນ​ນ້ຳ​ແຊ​ເຢັນ ​ແລະ ບັນຈຸກະປ່ອງ ກໍ່​ຄື​ລະບົບ​ເຄື່ອງ​ອຸ​ປະກ​ອນປຸງ​ແຕ່ງ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ກ່ວາ 900 ບໍລິສັດ​ປຸງ​ແຕ່ງ, ສົ່ງ​ອອກ​ນຳ​ເຂົ້າ, ​ແຈກ​ຢາຍ, ບັນດາ Supermaket ຢູ່​ອາ​ເມ​ລິ​ກາ ​ແລະ ​ຫຼາຍ​ປະ​ເທດ​ອື່ນ​ໃນ​ໂລກ. ​ຫວຽດນາມ​ມີ 26 ວິ​ສາ​ຫະກິດ​ໄດ້ເຂົ້າຮ່ວມ​ງານ​ຕະຫຼາດນັດ​ຄັ້ງນີ້. ທ່ານ ຫງວຽນ​ຫີ໋ວຢູ໋ງ, ຮອງ​ປະທານ​ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳຫວຽດນາມ ​ໃຫ້​ຮູ້​ວ່າ: ການ​ເຂົ້າຮ່ວມງານ​ຕະຫຼາດນັດ​ສິນ​ໃນ​ນ້ຳສາກົ​ນ Boston ​ແມ່ນ​ໜື່ງ​ໃນ​ບັນດາ​ໂຄງການ​ສົ່ງ​ເສີມ​ການ​ຄ້າ​ຈຸດ​ສຸມ​ຂອງ​ຫວຽດນາມ ​ໃນ​ປີ 2012:

    “​ໃນ​ງານ​ຕະຫຼາດນັດ​ຄັ້ງນີ້, ບັນດາ​ປະ​ເທດ​ອາ​ເມ​ລິ​ກາລາ​ຕິນຄື: Colombia, Brazil, Ecuado…ມີ​ຄວາມ​ຕ້ອງການ​ນຳ​ເຂົ້າປາຈາ. ປີ​ນີ້, ບັນ​ດາ​ລູກ​ຄ້າ​ຈາກອາ​ເມ​ລິ​ກາ​ລາ​ຕິນ ຈະ​ສ້າງ​ການ​ພົວພັນ​ກັບ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ ເພື່ອ​ຊື້​ປາ, ນີ້​ແມ່ນ​ສິ່ງ​ທີ່​ແຕກ​ຕ່າງ​ກັບ​ງານ​ຕະຫຼາດນັດ​ອື່ນ ​ແລະ​ ​ໃນຊຸມ​ປີ​ກ່ອນ. ສະນັ້ນ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ ໄດ້​ວາງ​ຈຸດໝາຍ​ຈະ​ສືບ​ຕໍ່​ຮັກສາ ​ແລະ ພັດທະນາ​ຕະຫຼາດ​ອາ​ເມ​ລິ​ກາ​ ​ແລະ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ຕະຫຼາດ​ອາ​ເມ​ລິ​ກາລາ​ຕິນ“

    ງານ​ຕະຫຼາດນັດ​ສິນ​ໃນ​ນ້ຳສາກົນ Boston ດຳ​ເນີນ​ໄປ​ໃນ​ເວລາ 3 ວັນ ດ້ວຍ​ບັນດາ​ກອງ​ປະຊຸມ, ການ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ຂົງ​ເຂດ​ລ້ຽງ​ປູກ, ປຸງ​ແຕ່ງ ​ແລະ​ສົ່ງ​ອອກ​ສິນ​ໃນ​ນ້ຳ.

 

 

ຂ່າວ/ບົດ​ອື່ນ