ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວສາກົນ Travex ຢູ່ ລາວ

(VOVWORLD) - ງານຕະຫຼາດນັດລວມມີ 34 ຮ້ານວາງສະແດງ, ວາງສະແດງບັນດາຜະລິດຕະພັນຂອງ 105 ຫົວໜ່ວຍທີ່ມາຈາກກບັນດາປະເທດ ອາຊຽນ.
ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວສາກົນ Travex ຢູ່ ລາວ - ảnh 1(ຮ້ານວາງສະແດງຂອງຂະແໜງທ່ອງທ່ຽວ ຫວຽດນາມ)

        ຕອນເຊົ້າວັນທີ 24 ມັງກອນ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ຈັດງານຕະຫຼາດນັດ ທ່ອງທ່ຽວສາກົນ Travex. ຫວຽດນາມ ມີ 4 ທ້ອງຖິ່ນ ແລະ 2 ວິສາຫະກິດທ່ອງທ່ຽວເຂົ້າຮ່ວມການວາງສະແດງ, ແນະນຳບັນດາຜະລິດຕະພັນທ່ອງທ່ຽວ.

        ງານຕະຫຼາດນັດລວມມີ 34 ຮ້ານວາງສະແດງ, ວາງສະແດງບັນດາຜະລິດຕະພັນຂອງ 105 ຫົວໜ່ວຍທີ່ມາຈາກກບັນດາປະເທດ ອາຊຽນ. ຮ້ານວາງສະແດງຂອງຂະແໜງທ່ອງທ່ຽວ ຫວຽດນາມ ດ້ວຍການເຂົ້າຮ່ວມຂອງ 4 ທ້ອງຖິ່ນ, ແມ່ນ: ດ້ຽນບຽນ, ນິງບິ່ງ, ເງະອານ ແລະ ບິ່ງດິ້ງ ແລະ 2 ວິສາຫະກິດທ່ອງທ່ຽວ, ແມ່ນ: Hanoi Tourist ແລະ Vietravel. ຈຸດພົ້ນເດັ່ນຂອງຮ້ານວາງສະແດງ ຫວຽດນາມ ແມ່ນບັນດາການເຄື່ອນໄຫວໂຄສະນາການທ່ອງທ່ຽວຊີວະພາບ, ປະຫວັດສາດ, ວັດທະນະທຳ ແລະ ຈິດວິນຍານ ເພື່ອເຊື້ອເຊີນແຂກທ່ອງທ່ຽວມາ ຫວຽດນາມ ຊອກຫາສິ່ງທີ່ໃໝ່ອ່ຽມ ແລະ ດຶງດູດໃຈ.

        ງານຕະຫຼາດນັດ ທ່ອງທ່ຽວສາກົນ Travex ໄດ້ເປີດປະຕູຮອດວັນທີ 27 ມັງກອນ.

ຕອບກັບ

ຂ່າວ/ບົດ​ອື່ນ