ຫວຽດນາມ ເຂົ້າຮ່ວມງານບຸນການກຸສົນສາກົນປີ 2023 ຢູ່ປຣາຮາ

(VOVWORLD) - ນີ້ແມ່ນການເຄື່ອນໄຫວປະຈຳປີຖືກຈັດຂຶ້ນພາຍໃຕ້ການໜູນຊ່ວຍຂອງສະຫະສະມາຄົມພັນລະຍາ/ສາມີການທູດບັນດາປະເທດ ຢູ່ ສ.ເຊັກໂກ ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ, ເຊື່ອມຕໍ່ວັດທະນະທຳລະຫວ່າງບັນດາ
ຫວຽດນາມ ເຂົ້າຮ່ວມງານບຸນການກຸສົນສາກົນປີ 2023 ຢູ່ປຣາຮາ - ảnh 1

ວັນທີ 12 ພະຈິກ, ຢູ່ນະຄອນຫຼວງ ປຣາຮາ (ສ. ເຊັກໂກ), ຫວຽດນາມ ແລະ ປະມານ 50 ປະເທດໄດ້ເຂົ້າຮ່ວມງານບຸນການກຸສົນສາກົນ ບຣາຮາ 2023.       ນີ້ແມ່ນການເຄື່ອນໄຫວປະຈຳປີຖືກຈັດຂຶ້ນພາຍໃຕ້ການໜູນຊ່ວຍຂອງສະຫະສະມາຄົມພັນລະຍາ/ສາມີຂອງເອກອັກຄະລັດຖະທູດ ບັນດາປະເທດ ຢູ່ ສ.ເຊັກໂກ ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ, ເຊື່ອມຕໍ່ວັດທະນະທຳລະຫວ່າງບັນດາ, ປະເທດຊາດພ້ອມທັງສ້າງກອງທຶນໃຫ້ແກ່ບັນດາການເຄື່ອນໄຫວເພື່ອການກຸສົນໃນປະເທດ ສ ເຊັກໂກ. ທີ່ງານບຸນຄັ້ງນີ້, ຫວຽດນາມໄດ້ແນະນຳອາຫານຫຼາຍເຍື່ອງທີ່ພົ້ນເດັ່ນຄື: ຢໍ່ຈືນ, ບັນກວັນ, ກາລະເປົາ, ນ້ຳຫວານ… ທ່ານນາງ ຫງວຽນທຽນງາ, ພັນລະຍາເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ ເຊັກໂກ ໃຫ້ຮູ້ວ່າ:

  “ພວກຂ້າພະເຈົ້າຍາມໃດກໍ່ເຂົ້າຮ່ວມຢ່າງຕັ້ງໜ້າໃນບັນດາການເຄື່ອນໄຫວຂອງສະຫະສະມາຄົມ. ດ້ວຍຄວາມໝາຍແມ່ນງານບຸນການກຸສົນ, ພວກຂ້າພະເຈົ້າໄດ້ຂາຍບັນດາຜະລິດຕະພັນ, ອາຫານພື້ນເມືອງຫຼາຍເຍື່ອງຂອງ ຫວຽດນາມ ເພື່ອສ້າງກອງທຶນການກຸສົນຂອງລັດຖະບານ ເຊັກໂກ”.

        ແຂກເຂົ້າຮ່ວມງານບຸນຍັງໄດ້ຮັບຊົມບັນດາລາຍການສະແດງສິລະປະຂອງຄະນະ ຫວຽດນາມ, ຄື: ຕີກອງ, ຟ້ອນດອກບົວ…

ຕອບກັບ

ຂ່າວ/ບົດ​ອື່ນ