ຫວຽດນາມ ເຂົ້າຮ່ວມງານວາງສະແດງ ປ້ອງກັນຊາດອາຊີຢູ່ ມາເລເຊຍ

ຫວຽດນາມ ເຂົ້າຮ່ວມງານວາງສະແດງ ປ້ອງກັນຊາດອາຊີຢູ່ ມາເລເຊຍ - ảnh 1
( ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນຊາດຫວຽດນາມ
ຢ້ຽມຢາມງານ​ວາງສະ​ແດງ )


( vovworld ) –   ​ໃນ​ຂອບ​ເຂດ​ການ​​ເຂົ້າຮ່ວມ​ງານ​ວາງສະ​ແດງ​ສາກົນ​ກ່ຽວ​ກັບ​ອຸປະກອນ​ການ​ທະຫານ ​ແລະ ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບທີ່​ມີ​ຊື່ວ່າ “ ການບໍລິການ​ປ້ອງ​ກັນຊາດອາຊີ ” ( DSA ) ຄັ້ງ​ທີ 13, ​ເຊິ່ງຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ Kuala Lumpur, ປະ​ເທດ ມາ​ເລ​ເຊຍ ​ແຕ່​ວັນ​ທີ 16 – 19/4, ວັນ​ທີ 17/4, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນຊາດຫວຽດນາມ,​​ ໂດຍ​ທ່ານ​ຮອງ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽ​ດນາມ, ທ່ານ​ພົນ​ຈັດຕະວາ Phan Van Giang ນຳ​ໜ້າ, ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໃສ Putrajaya ກ່ຽວ​ກັບ​ການປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ເພື່ອ​ສັນຕິພາບ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 16/4, ຄະນະ​ຜູ້​ແທນ​ໄດ້​ເຈົ້າ​ຮ່ວມ​ງານ​ວາງສະ​ແດງ​ສາກົນກ່ຽວ​ກັບ​ອຸປະກອນ​ການ​ທະຫານ ​ແລະ ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ.​ ງານ​ວາງສະ​ແດງ​ຄັ້ງ​ນີ້, ຄັ້ງ​ນີ້​ໄດ້​ດຶງ​ດູດ​ບໍລິສັດ 850 ​ແຫ່ງທີ່​ມາ​ຈາກ 45 ປະ​ເທດ​ໃນ​​​ໂລກ​ເຂົ້າ​ຮ່ວມ. ງານ​ວາງສະ​ແດງ​ແມ່ນ​ໂອກາດ​​ເພື່ອໃຫ້​ຄະນະ​ຜູ້​ແທນ​ການ​ທະຫານ​ບັນດາ​ປະ​ເທດ​ເວົ້າ​ລວມ ​ແລະ ຫວຽດນາມ​ ​ເວົ້າ​ສະ​ເພາະຊອກ​ຮູ້ຄຸນ​ລັກສະ​ນະ ກໍ​ຄື​ເຕັກ​ໂນ​ໂລ​ຊີ​ໃໝ່​ຂອງ​ບັນດາ​ປະ​ເພດ​ອາ​ວຸດ​ທັນ​ສະ​ໄໝ​ໃນ​ປະຈຸ​ບັນ, ພ້ອມ​ກັນ​ນັ້ນ​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຄະນະ​ຜູ້​ແທນພົບປະ ​ແລະ ​ແລກປ່ຽນ​ບົດຮຽນ​ໃນ​ການຈັດ​ຕັ້ງ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ເຂົ້າ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ.

ຂ່າວ/ບົດ​ອື່ນ