ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ບິນ​ສິງ​ກະ​ໂປ 2024

(VOVWORLD) - ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໂດຍພົນໂທ ຟ້າມເຈື່ອງເຊີນ, ຮອງເສນາທິການໃຫຍ່ກອງປະທັບປະຊາຊົນ ຫວຽດນາມ ນຳໜ້າ ໄດ້ເຂົ້າຮ່ວມງານວາງສະແດງການບິນ ສິງກະໂປ ຄັ້ງທີ 9 (Singapore Airshow 2024) ເຊິ່ງດຳເນີນແຕ່ວັນທີ 20 ຫາວັນທີ 25 ກຸມພາ.
ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ບິນ​ສິງ​ກະ​ໂປ 2024 - ảnh 1ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມງານວາງສະແດງ (ພາບ: VOV)

ໂດຍໄດ້ຮັບຄຳເຊີນຈາກກະຊວງປ້ອງກັນປະເທດ ສິງກະໂປ, ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໂດຍພົນໂທ ຟ້າມເຈື່ອງເຊີນ, ຮອງເສນາທິການໃຫຍ່ກອງປະທັບປະຊາຊົນ ຫວຽດນາມ ນຳໜ້າ ໄດ້ເຂົ້າຮ່ວມງານວາງສະແດງການບິນ ສິງກະໂປ ຄັ້ງທີ 9 (Singapore Airshow 2024) ເຊິ່ງດຳເນີນແຕ່ວັນທີ 20 ຫາວັນທີ 25 ກຸມພາ. ທີ່ງານວາງສະແດງ, ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມພິທີຕັດແຖບຜ້າເປີດສະຫຼອງ, ຢ້ຽມຊົມບັນດາເຂດວາງສະແດງຜະລິດຕະພັນຂອງບາງວິສາຫະກິດ, ກຸ່ມບໍລິສັດໃຫຍ່ໃນໂລກ, ຮັບຊົມການວາງສະແດງການບິນ ໂດຍກອງທັບອາກາດ ສິງກະໂປ, ອິນເດຍ, ອາເມລິກາ, ສ.ເກົາຫຼີ, ຈີນ, ອິນໂດເນເຊຍ, ອົດສະຕາລີ ແລະ ບາງບໍລິສັດການບິນພົນລະເຮືອນສາກົນສະແດງ.

ຕອບກັບ

ຂ່າວ/ບົດ​ອື່ນ