ຫວຽດນາມ ເຂົ້າຮ່ວມງານວາງສະແດງດ້ານປ້ອງກັນປະເທດຢູ່ ອິນໂດເນເຊຍ

(VOVWORLD) - ນີ້ແມ່ນງານວາງສະແດງສະເພາະຂະແໜງອຸດສາຫະກຳປ້ອງກັນປະເທດໄດ້ຮັບການຈັດຕັ້ງ 2 ປີເທື່ອໜຶ່ງ ...

ໃນລະຫວ່າງວັນທີ 7 -10 ພະຈິກ, ຢູ່ ຈາກາກຕາ, ປະເທດ ອິນໂດເນເຊຍ ຈະຈັດຕັ້ງງານຕະຫຼາດນັດ ແລະ ງານວາງສະແດງສາກົນກ່ຽວກັບຂົງເຂດປ້ອງກັນປະເທດ ອິນໂດເນເຊຍ 2018 (INDO DEFENCE 2018). ນີ້ແມ່ນງານວາງສະແດງສະເພາະຂະແໜງອຸດສາຫະກຳປ້ອງກັນປະເທດໄດ້ຮັບການຈັດຕັ້ງ 2 ປີເທື່ອໜຶ່ງ ແລະ ແມ່ນງານວາງສະແດງດ້ານປ້ອງກັນປະເທດດ້ວຍຂະໜາດໃຫຍ່ສຸດຂອງ ອິນໂດເນເຊຍ. ມີ 59 ປະເທດເຂົ້າຮ່ວມງານວາງສະແດງ. ປີນີ້, ເປັນຄັ້ງທຳອິດ ຫວຽດນາມ ໄດ້ເຂົ້າຮ່ວມ INDO DEFENCE 2018.

          ຮ້ານວາງສະແດງຂອງ ຫວຽດນາມ ໂດຍກົມໃຫຍ່ອຸດສາຫະກຳກະຊວງປ້ອງກັນປະເທດເປັນເຈົ້າພາບ, ກຸ່ມບໍລິສັດ Viettel ແລະ ບໍລິສັດອຸປະກອນດ້ານປ້ອງກັນຄວາມສະຫງົບເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ