ຫວຽດນາມ ເຂົ້າຮ່ວມຊິງລາງວັນຊະນະເລີດກິລາຍົກນ້ຳໜັກຄົນພິການໂລກປີ 2017

(VOVWORLD) - ລາຍການດັ່ງກ່າວໄດ້ດຶງດູດນັກກິລາ 333 ຄົນທີ່ມາຈາກ 71 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມການແຂ່ງຂັນໃນລະດັບນ້ຳໜັກຂອງຊາຍ 10 ລະດັບ ແລະ ລະດັບນ້ຳໜັກຍິງ 10 ລະດັບ.


ທິມຍົກນ້ຳໜັກຄົນພິການ ຫວຽດນາມ ມີນັກກິລາ 6 ຄົນພວມເຂົ້າຮ່ວມ ຊິງລາງວັນຊະນະເລີດກິລາຍົກນ້ຳໜັກຄົນພິການໂລກ 2017 ຈັດຕັ້ງຢູ່ ແມັກຊີໂກ. ລາຍການດັ່ງກ່າວໄດ້ດຶງດູດນັກກິລາ 333 ຄົນທີ່ມາຈາກ 71 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມການແຂ່ງຂັນໃນລະດັບນ້ຳໜັກຂອງຊາຍ 10 ລະດັບ ແລະ ລະດັບນ້ຳໜັກຍິງ 10 ລະດັບ.

        ຕອນເຊົ້າວັນທີ 5 ທັນວາ (ຕາມເວລາ ຫວຽດນາມ), ນັກກິລາຍົກນ້ຳໜັກ ເລວັນກົງ, ຈະແຂ່ງຂັນໃນລະດັບນ້ຳໜັກ 49 ກິໂລກຼາມປະເພດຊາຍ. ນີ້ແມ່ນນັກກິລາ ທີ່ມີຄວາມຫວັງຫຼາຍທີ່ສຸດຂອງທິມຍົກນ້ຳໜັກຄົນພິການ ຫວຽດນາມ ໂດຍເປັນຜູ້ຍາດໄດ້ລາງວັນສູງສຸດທີ່ງານມະຫາກຳກິລາ Paralympic, ພ້ອມທັງບັນລຸສະຖິຕິໂລກດ້ວຍລະດັບນ້ຳໜັກ 183 ກິໂລກຼາມ.


ຕອບກັບ

ຂ່າວ/ບົດ​ອື່ນ