ຫວຽດນາມ ເຂົ້າຮ່ວມບັນດາລາຍການເຄື່ອນໄຫວທີ່ເວທີປາໄສສົນທະນາການຫັນປ່ຽນດ້ານພະລັງງານ ແບກແລງ ຄັ້ງທີ 8

(VOVWORLD) -ດ້ວຍຄຳຂວັນ “ຈາກຄວາມມັກໃຫຍ່ໄຝ່ສູງຮອດການກະທຳ”, ເວທີປາໄສດຳເນີນໃນລະຫວ່າງວັນທີ 29-30 ມີນາ, ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີ ແລະ ຄະນະຜູ້ແທນຂັ້ນສູງມາຈາກກວ່າ 50 ປະເທດໃນໂລກ, ປຶກສາຫາລືກ່ຽວກັບຍຸດທະສາດຫັນປ່ຽນອັດສະລິຍະບັນດາລະບົບພະລັງງານໃນທົ່ວໂລກ
ຫວຽດນາມ ເຂົ້າຮ່ວມບັນດາລາຍການເຄື່ອນໄຫວທີ່ເວທີປາໄສສົນທະນາການຫັນປ່ຽນດ້ານພະລັງງານ ແບກແລງ ຄັ້ງທີ 8 - ảnh 1ຄະນະປະຕິບັດງານຂອງກະຊວງອຸດສາຫະກຳການຄ້າ ຫວຽດນາມ ເຮັດວຽກກັບຜູ້ຕາງໜ້າບາງກຸ່ມບໍລິສັດໃຫຍ່ຂອງ ເຢຍລະມັນ
(ພາບ: TTXVN)

ເວທີປາໄສສົນທະນາການຫັນປ່ຽນດ້ານພະລັງງານ ແບກແລງ ຄັ້ງທີ 8 ດຳເນີນໃນວັນທີ 29 ມີນາ, ຢູ່ນະຄອນຫຼວງ ແບກແລງ, ປະເທດ ເຢຍລະມັນ. ດ້ວຍຄຳຂວັນ “ຈາກຄວາມມັກໃຫຍ່ໄຝ່ສູງຮອດການກະທຳ”, ເວທີປາໄສດຳເນີນໃນລະຫວ່າງວັນທີ 29-30 ມີນາ, ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີ ແລະ ຄະນະຜູ້ແທນຂັ້ນສູງມາຈາກກວ່າ 50 ປະເທດໃນໂລກ, ປຶກສາຫາລືກ່ຽວກັບຍຸດທະສາດຫັນປ່ຽນອັດສະລິຍະບັນດາລະບົບພະລັງງານໃນທົ່ວໂລກ ກໍຄືເປັນເອກກະລາດກວ່າກັບເຊື້ອໄຟຟອດຊິວ. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ດັ້ງຮ່ວາງອານ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສ.

        ໃນຂອບເຂດເຂົ້າຮ່ວມເວທີປາໄສ, ໃນວັນດຽວກັນ, ຄະນະປະຕິບັດງານຂອງກະຊວງອຸດສາຫະກຳການຄ້າ ຫວຽດນາມ ໄດ້ເຮັດວຽກກັບຜູ້ຕາງໜ້າບາງກຸ່ມບໍລິສັດໃຫຍ່ຂອງ ເຢຍລະມັນ ຄື: ThyssenKrupp, SkyWind, Enertrag, PNE. ທີ່ການເຮັດວຽກ, ທ່ານຮອງລັດຖະມົນຕີ ດັ້ງຮ່ວາງອານ ໄດ້ຕອບບາງຄຳຖາມຂອງວິສາຫະກິດ ເຢຍລະມັນ ກໍຄືສະໜອງຂໍ້ມູນຂ່າວໂດຍສັງເຂບກ່ຽວກັບກົນໄກ, ນະໂຍບາຍ ແລະ ບັນດາບຸລິມະສິດຂອງ ຫວຽດນາມ ໃນຂົງເຂດພະລັງງານຜະລິດຄືນໃໝ່. ກໍ່ທີ່ເຫດການນີ້, ກຸ່ມບໍລິສັດ The Green Resolutions Group ຂອງ ຫວຽດນາມ ໄດ້ເຊັນຂໍ້ຕົກລົງຮ່ວມມືໃນຂົງເຂດພະລັງງານຜະລິດຄືນໃໝ່ກັບກຸ່ມບໍລິສັດ ມາດຕະການແກ້ໄຂດ້ານອຸດສາຫະກຳ Thyssenkrupp (tKIS) ແລະ Thyssenkrupp nucera AG&Co.KgaA ຂອງເຢຍລະມັນ ເພື່ອແນໃສ່ພັດທະນາບັນດາໂຄງການ hydro ຂຽວ ແລະ ammoniac ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ