ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 125 ປີແຫ່ງວັນສ້າງຕັ້ງ ສານອະນຸຍາໂຕຕຸລາການ

(VOVWORLD) - ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ ໃຫ້ຮູ້ວ່າ, ລັດຖະບານ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືກັບ PCA
ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 125 ປີແຫ່ງວັນສ້າງຕັ້ງ ສານອະນຸຍາໂຕຕຸລາການ - ảnh 1ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)

        ວັນທີ 13 ມິຖຸນາ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 125 ປີແຫ່ງວັນສ້າງຕັ້ງ ສານອະນຸຍາໂຕຕຸລາການ (PCA), ເຊິ່ງຈັດຂຶ້ນຢູ່ນະຄອນ La Haye, ໂຮນລັງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ ໃຫ້ຮູ້ວ່າ, ລັດຖະບານ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືກັບ PCA; ທ່ານຢືນຢັນວ່າ, ຫວຽດນາມ ພວມມຸ່ງໄປເຖິງສະຖານທີ່ເຊິ່ງບັນດາຄູ່ຮ່ວມມືເລືອກເຟັ້ັ້ນເພື່ອແກ້ໄຂການຂັດແຍ້ງຢູ່ພາກພື້ນ ແລະ ສາກົນໂດຍສັນຕິວິທີ, ໄກເກ່ຍ, ເປັນກຳມະການ. ສະນັ້ນ, ການສະໜັບສະໜູນ ແລະ ໜູນຊ່ວຍຂອງ ຫວຽດນາມ ຮັບປະກັນມໃຫ້ຫ້ອງການຜູ້ຕາງໜ້າ PCA ປະຈຳ ຮ່າໂນ້ຍ ເຄື່ອນໄຫວຢ່າງມີປະສິດທິຜົນ, ສະດວກ ກໍ່ເປັນການສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ເພື່ອຊຸກຍູ້ລັດທິຫຼາຍຝ່າຍ, ກົດບັດສະຫະປະຊາຊາດ ແລະ ບັນດາຫຼັກການຂອງກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ