ຫວຽດນາມ ເຂົ້າຮ່ວມພິທີອັດກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນຄັ້ງທີ 142

(VOVWORLD) -ບັນດາຜູ້ແທນສືບຕໍ່ແລກປ່ຽນກ່ຽວກັບຫຼາຍບັນຫາທີ່ກ່ຽວຂ້ອງເຖິງບັນຫາລວມແມ່ນ “ຜ່ານຜ່າໂລກລະບາດໃນປະຈຸບັນ ແລະ ສ້າງອະນາຄົດອັນດີງາມກວ່າ: ບົດບາດຂອງບັນດາລັດຖະສະພາ”.
ຫວຽດນາມ ເຂົ້າຮ່ວມພິທີອັດກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນຄັ້ງທີ 142 - ảnh 1

ຕອນຄ່ຳວັນທີ 27 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ຫວູຫາຍຮ່າ, ປະທານຄະນະກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ ພ້ອມກັບຜູ້ຕາງໜ້າຜູ້ປະຈຳການຄະນະກຳມະການພົວພັນຕ່າງປະເທດເຂົ້າຮ່ວມກອງປະຊຸມຄົບຄະນະ ແລະ ວາລະອັດກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 142. ທ່ານ Duarte Pacheco ປະທານ IPU ໄດ້ເປັນປະທານກອງປະຊຸມ 2 ຄັ້ງດັ່ງກ່າວ. ທີ່ກອງປະຊຸມຄົບຄະນະ, ບັນດາຜູ້ແທນສືບຕໍ່ແລກປ່ຽນກ່ຽວກັບຫຼາຍບັນຫາທີ່ກ່ຽວຂ້ອງເຖິງບັນຫາລວມແມ່ນ “ຜ່ານຜ່າໂລກລະບາດໃນປະຈຸບັນ ແລະ ສ້າງອະນາຄົດອັນດີງາມກວ່າ: ບົດບາດຂອງບັນດາລັດຖະສະພາ”. ກອງປະຊຸມກໍ່ໄດ້ຮັບຮອງເອົາບັນດາເນື້ອໃນຄື: ມະຕິກ່ຽວກັບຍຸດທະສາດລັດຖະສະພາເພື່ອເພີ່ມທະວີຄວາມສາມັກຄີ ແລະ ຄວາມໝັ້ນຄົງຕ້ານຄືນບັນດາໄພນາບຂູ່ ແລະ ການປະທະກັນໂດຍໄພພິບັດເຊິ່ງກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ; ມະຕິກ່ຽວກັບການປະສານສົມທົບການຫັນເປັນດີຈີຕອນ ແລະ ພື້ນຖານເສດຖະກິດໝູນວຽນເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ.

        ໃນຂອບເຂດບັນດາການເຄື່ອນໄຫວຂອງກອງປະຊຸມສະມັດຊາໃຫຍ່ IPU-142, ບັນດາຄະນະກຳມະການປະຈຳການຂອງ IPU ກໍ່ໄດ້ປຶກສາຫາລື ແລະ ກອງປະຊຸມສະມັດຊາໃຫຍ່ IPU-142 ໄດ້ອອກມະຕິກ່ຽວກັບບັນດາບັນຫາສຳຄັນໃນຂົງເຂດຄວາມໝັ້ນຄົງ-ສັນຕິພາບ; ການພັດທະນາເສດຖະກິດແບບຍືນຍົງ; ບັນດາເນື້ອໃນອື່ນໆທີ່ກ່ຽວຂ້ອງເຖິງບັນຫາຂອງສະຫະປະຊາຊາດ…

ຕອບກັບ

ຂ່າວ/ບົດ​ອື່ນ