ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ດ່ວນ​ພິ​ເສດ​ຂອງ​ສະ​ມັດ​ຊາ​ໃຫ່ຍ ສ​ປ​ຊ ກ່ຽວ​ກັບ​ສະ​ພາບກ​ການ​ຢູ່​ຕາ​ເວັນ​ອອກ​ກາງ

(VOVWORLD) - ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ ຕໍ່ສະພາບການປິ້ນຂັ້ນໄດໃນປະຈຸບັນຢູ່ຕາເວັນອອກກາງ.
ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ດ່ວນ​ພິ​ເສດ​ຂອງ​ສະ​ມັດ​ຊາ​ໃຫ່ຍ ສ​ປ​ຊ ກ່ຽວ​ກັບ​ສະ​ພາບກ​ການ​ຢູ່​ຕາ​ເວັນ​ອອກ​ກາງ - ảnh 1

(ພາບ: PV/VOV-Washington )

    ໃນວັນທີ 26-27 ຕຸລາ, ຢູ່ ນິວຢອກ ປະເທດ ອາເມລິກາ, ສະມັດຊາໃຫ່ຍ ສປຊ ໄດ້ຈັດວາລະປະຊຸມດ່ວນພິເສດເພື່ອປຶກສາຫາລືບັນດາຄວາມເຄັ່ງຕຶງຢູ່ເຂດ ກາຊາ ໂດຍທີການເຂົ້າຮ່ວມຂອງຜູ້ຕາງໜ້າຫຼາຍປະເທດສະມາຊິກ ສປຊ, ປະເທດສັງເກດການ, ອົງການຈັດຕັ້ງສາກົນ. ນະທີ່ນີ້, ຫຼາຍປະເທດໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບຄວາມເຄັ່ງຕຶງພວມເພີ່ມຂຶ້ນຢູ່ເຂດ ກາຊາ, ກ່າວປະນາມບັນດາການບຸກໂຈມຕີທີ່ກໍ່ຄວາມລົ້ມຫາຍຕາຍຈາກໃຫ້ແກ່ສາມັນຊົນ Israel ແລະ Palestine. 

   ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ ຕໍ່ສະພາບການປິ້ນຂັ້ນໄດໃນປະຈຸບັນຢູ່ຕາເວັນອອກກາງ. ຫວຽດນາມ ໄດ້ກ່າວປະນາມຢ່າງແຮງບັນດາການບຸກໂຈມຕີ ແນໃສ່ສາມັນຊົນ ແລະ ພື້ນຖານໂຄງລ່າງພົນລະເຮືອນຕົ້ນຕໍ, ທ່ານເນັນໜັກວ່າ ທຸກຝ່າຍຕ້ອງເຄົາລົບກົດໝາຍສາກົນ, ກົດໝາຍມະນຸດສະທຳສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສປຊ.

   ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ກໍ່ຮຽກຮ້ອງໃຫ້ ສປຊ ແລະ ສະພາຄວາມໝັ້ນຄົງ ສປຊ ຈົ່ງມານະພຍາຍາມເພື່ອມີສານທີ່ເອກະພາບ, ສ້າງສັນ ເພື່ອຊ່ວຍຫລຸດຜ່ອນຄວາມເຄັ່ງຕຶງ, ຢຸດຕິການຕໍ່ສູ້, ປົກປ້ອງສາມັນຊົນ ແລະ ໜູນຊ່ວຍຝ່າຍຕ່າງໆ ເຊື່ອມຕໍ່ການເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ