ຫວຽດນາມ ເຂົ້າຮ່ວມວາລະປະຊຸມສະພາທີ່ປຶກສາດຳເນີນທຸລະກິດ APEC

ຫວຽດນາມ ເຂົ້າຮ່ວມວາລະປະຊຸມສະພາທີ່ປຶກສາດຳເນີນທຸລະກິດ APEC - ảnh 1
ວາລະ​ປະຊຸມ​ຄັ້ງ​ທີ 2 ຂອງ​ສະພາ​ທີ່​ປຶ​ກສາ​ດຳ​ເນີນ​ທຸລະ​ກິດ (ຫຼື ABAC)
(ພາບ: Vietnam+)

(vovworld) – ວາລະ​ປະຊຸມ​ຄັ້ງ​ທີ 2 ຂອງ​ສະພາ​ທີ່​ປຶ​ກສາ​ດຳ​ເນີນ​ທຸລະ​ກິດ (ຫຼື ABAC) ຂຶ້ນ​ກັບ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ​ປາຊີ​ຟີ​ກ (ຫຼື APEC) ​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 03/04 ຢູ່ ສິງ​ກາ​ໂປ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ​ຮ່ວາງ​ວັນ​ຢູງ, ຮອງ​ປະທານ​ຜູ້ປະຈຳການ​ຫ້ອງ​ການ​ກາ​ນຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ນຳໜ​້າ ​ເຂົ້າ​ຮ່ວມ​ວາລະ​ປະຊຸມ. ​ໃນ​ຂອ​ບ​ເຂດ​ວາລະ​ປະຊຸມ​ທີ່​ແກ່ຍາວ​ຮອດວັນ​ທີ 6/4, ມີ​ການ​ນຳ​ວິ​ສາ​ຫະກິດ​ທີ່​ຂຶ້ນ​ກັບ 21 ພື້ນຖານ​ເສດຖະກິດ​ສະມາຊິກ APEC ປະມານ 150 ທ່ານ ​ໄດ້​ສຸມ​ໃສ່ປຶກສາ​ຫາລື ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​​ເຂົ້າ​ກັບເສດຖະກິດພາກ​ພື້ນ, ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ, ປັບປຸງ​ກາ​ນພັດທະນາ​ວິ​ສາ​ຫະກິດ​ທີ່ມີ​ຂະໜາດ​ກາງ, ນ້ອຍ ​ແລະ ນ້ອຍ​ສຸດ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ເຊື່ອມ​​ໂຍງ​ຂອງ​ບັນດາ​ຕະຫຼາດ​ການ​ເງິ​ນ. ການ​ນຳ​ວົງ​ການ​ນັກ​ວິ​ສາ​ຫະກິດ​ກໍ່​ຍົກ​ອອກ​ຂໍ້​ສະ​ເໜີ​ແນະ​ຂອງ ABAC ​ເພື່ອ​ຍື່ສະ​ເໜີ​ຕໍ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຄ້າ APEC, ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 20 – 21/4 ​ໃກ້ໆ​ນີ້ຢູ່ ອິນ​ໂດ​ເນ​ເຊຍ. ວາລະ​ປະຊຸມ​ຄັ້ງ​ທີ 3 ​ແລະ ຄັ້ງ​ທີ 4 ຂ​ອງ ABAC ຈະ​ຖືກ​ຈັດ​ຕັ້ງ​ຂຶ້ນ​ຢູ່​ຍີ່​ປຸ່ນ ​ໃນ​ເດືອນ 7 ​ແລະ ຢູ່ ອິນ​ໂດ​ເນ​ເຊຍ ​ໃນ​ເດືອນ 10 ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ