ຫວຽດ​ນາມ ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ Marrakesh ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ຄົນພິ​ການ, ຄົນ​ຕາ​ບອດ, ພິ​ການ​ຕາ

(VOVWORLD) -ເລື່ອງ ຫວຽດນາມ ເຂົ້າຮ່ວມສົນທິສັນຍາ Marrakesh ເປັນການສ້າງຂີດໝາຍສຳຄັນເພື່ອປົກປ້ອງລິຂະສິດ ແລະ ຜົນປະໂຫຍດຂອງຄົນຕາບອດ, ຄົນພິການຕາ ແລະ ຄົນພິການທີ່ບໍ່ສາມາດຕົວໜັງສືພິມ, ຜະລິດຕະພັນພິມແບບທຳມະດາໄດ້. 
ຫວຽດ​ນາມ ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ Marrakesh ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ຄົນພິ​ການ, ຄົນ​ຕາ​ບອດ, ພິ​ການ​ຕາ - ảnh 1(ພາບປະກອບ: TTXVN)

ວັນທີ 7 ທັນວາ, ຢູ່ສຳນັກງານຂອງອົງການຊັບສິນທາງພູມປັນຍາໂລກ (WIPO) ຢູ່ ເຊີແນວ, ປະເທດ ສະວິດ, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ໄດ້ມອບເອກະສານ ຫວຽດນາມ ເຂົ້າຮ່ວມສົນທິສັນຍາ Marrakesh ກ່ຽວກັບການປົກປ້ອງສິດຜົນປະໂຫຍດຂອງຄົນພິການຕາ ແລະ ຄົນຕາບອດ, ໃຫ້ທ່ານ Daren Tang ຜູ້ອຳນວຍການໃຫຍ່ WIPO ເພື່ອເປັນສຳເນົາ.

        ພາຍຫຼັງພິທີມອບເອກະສານ, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ໄດ້ເນັ້ນໜັກວ່າ ເລື່ອງ ຫວຽດນາມ ເຂົ້າຮ່ວມສົນທິສັນຍາ Marrakesh ເປັນການສ້າງຂີດໝາຍສຳຄັນເພື່ອປົກປ້ອງລິຂະສິດ ແລະ ຜົນປະໂຫຍດຂອງຄົນຕາບອດ, ຄົນພິການຕາ ແລະ ຄົນພິການທີ່ບໍ່ສາມາດຕົວໜັງສືພິມ, ຜະລິດຕະພັນພິມແບບທຳມະດາໄດ້. ເລື່ອງ ຫວຽດນາມ ເຂົ້າຮ່ວມສົນທິສັນຍາດັ່ງກ່າວ ກໍເພື່ອແນໃສ່ປະຕິບັດແຜນນະໂຍບາຍຂອງ ລັດ ຫວຽດນາມ ໃນການໜູນຊ່ວຍ, ສ້າງກາລະໂອກາດເພື່ອໃຫ້ຄົນພິການຢູ່ ຫວຽດນາມ ໄດ້ປະຕິບັດສິດສະເໝີພາບ ແລະ ເຊື່ອມຕົວເຂົ້າກັບສັງຄົມໄດ້ເປັນຢ່າງດີທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ