ຫວຽດ​ນາມ ເຂົ້າ​ຮ່ວມ​ສະ​ພາ​ປະ​ສານ​ງານ ໂຄງ​ການ “ເພີ່ມ​ຄວາມ​ໄວ​ສຳ​ຜັດ​ກັບ​ບັນ​ດາ​ເຄື່ອງ​ມື ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -   ສະພາປະທານງານຂອງໂຄງການຮ່ວມມືທົ່ວໂລກ “ເພີ່ມຄວາມໄວສຳຜັດກັບບັນດາເຄື່ອງມື ເພື່ອຮັບມືກັບໂລກລະບາດໂຄວິດ - 19” (ACT-A) ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 10 ກັນຍາ ດ້ວຍ 34 ປະເທດສະມາຊິກ ແລະ ບາງອົງການສາກົນ ໃນນັ້ນມີຫວຽດນາມ. ສະພາປະສານງານ ACT-A  ຄາດວ່າຈະເຄື່ອນໄຫວໃນໄລຍະ 18 ເດືອນ.
ຫວຽດ​ນາມ ເຂົ້າ​ຮ່ວມ​ສະ​ພາ​ປະ​ສານ​ງານ ໂຄງ​ການ “ເພີ່ມ​ຄວາມ​ໄວ​ສຳ​ຜັດ​ກັບ​ບັນ​ດາ​ເຄື່ອງ​ມື ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ຫວຽດນາມ ເຂົ້າຮ່ວມສະພາປະສານງານ ໂຄງການ “ເພີ່ມຄວາມໄວສຳຜັດກັບບັນດາເຄື່ອງມື ເພື່ອຮັບມືກັບໂລກລະບາດໂຄວິດ - 19 (ພາບ: baoquocte.vn)

      ຕາງໜ້າໃຫ້ຄະນະຜູ້ແທນ ຫວຽດນາມ ກ່າວປາໄສໃນວາລະປຶກສາຫາລືຂອງກອງປະຊຸມຄັ້ງທີ 1  ສະພາປະສານງານ ACT-A ດ້ວຍຮູບການອອນລາຍ, ທ່ານນາງ ເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ແທນຫວຽດນາມປະຈຳ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການອື່ນໆຢູ່ເຊີແນວ ໄດ້ເນັ້ນໜັກວ່າ ຫວຽດນາມ ຊົມເຊີຍຂໍ້ລິເລີ່ມສ້າງຕັ້ງສະພາ ACT-A ໄດ້ຊ່ວຍຊຸກຍູ້ການສຳຜັດແບບດຸ່ນດ່ຽງກັບ ວັກຊິນ ແລະ ບັນດາເຕັກໂນໂລຢີ ເພື່ອຮັບມືກັບໂລກລະບາດໂຄວິດ - 19; ຍົກສູງບັນດາການເຄື່ອນໄຫວ, ຄວາມມານະພະຍາຍາມຂອງໃນມໍ່ໆມານີ້ຂອງຫວຽດນາມ ແລະ ອາຊຽນ ໃນການຮັບມືກັບໂລກລະບາດໂຄວິດ - 19. ທ່ານນາງ ເລທິຕວຽດມາຍ ຢືນຢັນເຖິງຄຳໝັ້ນສັນຍາຂອງບັນດາປະເທດສະມາຊິກ ອາຊຽນ ສືບຕໍ່ເພີ່ມທະວີຄວາມສາມັກຄີ, ການຮ່ວມມືສາກົນ ເພື່ອຮັບມືກັບໂລກລະບາດ ເປັນຕົ້ນແມ່ນບັນດາການເຄື່ອນໄຫວຂອງສະພາປະສານງານ ACT-A.

ຕອບກັບ

ຂ່າວ/ບົດ​ອື່ນ