ຫວຽດນາມ ເຂົ້າຮ່ວມສະໄໝປະຊຸມ ສະພາບໍລິຫານ UNESCO

ຫວຽດນາມ ເຂົ້າຮ່ວມສະໄໝປະຊຸມ ສະພາບໍລິຫານ UNESCO - ảnh 1

ທ່ານ Nguyen Thanh Son ຢູ່​ກອງ​ປະຊຸມ

(ພາບ:vietnamplus.vn)

(VOV)- ​ຫວຽດນາມ ​ເຊື່ອໝັ້ນວ່າ, ​ເຖິງ​ວ່າຄວາມ​ຫຍຸ້ງຍາກ​ຍັງ​ຢູ່​ຕໍ່ໜ້າ, ​ແຕ່​ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ ​ແລະ ຂອງ​ຕົນ,  UNESCO ຈະຜ່ານ​ຜ່າ​ໄລຍນີ້​ໂດຍ​ໄວ…​ຫວຽດນາມ ຢືນຢັນ​ຈະ​ສືບ​ຕໍ່​ພ້ອມກັບ UNESCO ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ປະຈຸ​ບັນ“. ​ນັ້​ນແມ່ນ​ຄຳ​ຢືນຢັນ​ຂອງທ່ານ Nguyen Thanh Son ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ, ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ຫວຽ​ດນາມ ຜູ້ຕາງໜ້າ​ຫວຍ​ດນາມ ຢູ່ສະພາ​ບໍລິຫານ UNESCO ​ໃນ​ວາລະ​ປຶກສາ​ຫາລື​ລວມຂອງສະ​ໄໝ​ປະຊຸມຄັ້ງທີ 190 ຂອງ​ສະພາ​ບໍລິຫານຊື່​ງດຳ​ເນີນ​ແຕ່​ວັນ​ທີ 8-10/10 ຢູ່​ສຳນັກງານ UNESCO ທີ່​ນະຄອນຫຼວງ​ປາຣີ ປະ​ເທດ​ຝະລັ່ງ. ສະ​ໄໝ​ປະຊຸມຄັ້ງທີ 190 ຂອງ​ສະພາ​ບໍລິຫານ UNESCO ​ໄດ້​ປຶກສາ​ຫາລື​ຫຼາຍ​ບັນຫາ​ລວມຂອງ​ອົງການ  UNESCO,​​ ໃນ​ນັ້ນສຸມ​​ໃສ່​ປຶກສາ​ຫາລື​ການ​ປະຕິ​ຮູບ​ເພື່ອ​ປະຢັດ​ງົບປະມານ​ໃນ​ສະພາບ​ຄວາມ​ຫຍຸ້ງຍາກ​ດ້ານ​ການ​ເງິນ ​ແລະ ປຶກສາ​ຫລື​ກ່ຽວ​ກັບ​ຍຸດ​ທະ​ສາດ​ງົບປະມານ​ໄລຍະ​ປານ​ກາງ ​ແລະ ​ໄລຍະ​ຍາວ.   ກ່າວ​ຄຳ​ເຫັນ​ທີ່​ສະ​ໄໝ​ປະຊຸມ, ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Nguyen Thanh Son ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ຫວຽ​ດນາມ ​ໄດ້ເນັ້ນຫນັກ​ວ່າ, ຫວຽດນາມ ຊົມ​ເຊີຍ​ເລື່ອງ  UNESCO ສະຫງວນ​​ບຸລິ​ມະ​ສິດພິ​ເສດ​ແກ່​ການ​ສຶກສາ​ໃຫ້​ທຸກໆ​ຄົນ ​ແລະ ຫວຽດນາມ ສະໜັບສະໜູນ​ບັນດາ​ຂໍ້​ລິ​ເລີ່​ມ ​ແລະ ຄວາມ​ມານະ​ພະຍາຍາມຂອງອົງການ ​ເພື່ອ​ຍູ້​ໄວ​ໂຄງການ​ນີ້​ຖືກຕ້ອງ​ຕາມ​ການ​ກຳນົດ​ຄື​ປີ 2015. ​ໃນ​ຂົງ​ເຂດ​ວັດທະນະທຳ, ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Nguyen Thanh Son ​ໄດ້​ເນັ້ນຫນັກ​ເຖິງ​ບັນດານ​ນາ​ມະ​ຍົດຂອງ UNESCO ທີ່​ມີ​ການ​ກະທົບ​ອັນ​ຕັ້ງໜ້າທາງ​ດ້ານ​ເສດຖະກິດ-​ສັງຄົມ​ຕໍ່​ທ້ອງ​ຖິ່ນ​ຕ່າງໆ, ພ້ອມທັງຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ຂ​ອງປະຊາຊົນ​ໃນ​ການ​ປົກ​ປັກ​ຮັກ​ສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງ​ມໍລະດົກ. ​ໃນ​ຂົງ​ເຂດ​ວິທະຍາສາດຂໍ້​ມູນ​ຂ່າວສານ, ຫວຽດນາມ ຕີ​ລາຄາ​ສູງ​ໂຄງການ ​ແລະ ຂໍ້​ລິ​ເລີ່​ມຈຳນວນ​ໜຶ່ງຂອງ UNESCO ຄື: ​ໂຄງການ​ມະນຸດ ​ແລະ ນິ​ເວດ​ວິທະຍາ, ​ໂຄງການ​ຄວາມ​ຊົງ​ຈຳ​ໂລກ ​ແລະ ຂໍ້​ລິ​ເລີ່​ມ​ເຄືອ​ຂ່າຍ​ສວນສາທາລະນະ​ທໍລະນີ​ສາດ​ທົ່ວ​ໂລກ…..ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ຝະລັ່ງ, ທ່ານ​ຮອງ​ລັດຖະມົນຕີ ​Nguyen Thanh Son ເນັ້ນໜັກ​ວ່າ: ຫວຽ​ດນາມ​ ຈະ​ສືບຕໍ່ແບ່ງປັນ ​ແລະ ພ້ອມ​ກັບ  UNESCO ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ​ໃນ​ປະຈຸ​ບັນ. ທ່ານ​ຮອງ​ລັດຖະມົນຕີ ​Nguyen Thanh Son ​ໃຫ້​ຮູ້​ວ່າ:

   “ຫວຽດນາມ ​ແບ່ງປັນ​ຄວາມ​ຫຍຸ້ງຍາກກັບ ​UNESCOໃນສະພາບ​ການ​ເສດຖະກິດ​ໂລກ​ມີ​ການ​ຜັນ​ແປ່​ຫຼາຍ​ຢ່າງ. UNESCO ກໍ່ມີ​ການ​ປະຕິ​ຮູບ​ສຳຄັນ​ຫຼາຍ​ຢ່າງ, ​ໃນ​ນັ້ນມີ​ບັນດາ​ຂໍ້​ລິ​ເລີ່​ມຂອງ​ທ່ານ​ນາງ​ຜູ້ອຳນວຍການ​ໃຫ່ຍ UNESCO. ພວກ​ເຮົາ​ຈະ​ວາງ​ອອກ​ບັນດາ​ຂໍ້​ລິ​ເລິ່ມ​ໃນ​ການ​ດຳ​ເນີນ​ບັນດາ​ການ​ເຄື​ອ່ນ​ໄຫວ​ຂອງ UNESCO ຢູ່​ປະ​ເທດ​ຕ່າງໆ​ໃນ​ໂລກກໍ່​ຄື​ຢູ່​ຫວຽດນາມ. ຂ້າພະ​ເຈົ້າຖືວ່າ, ການ​ເຄື​ອ່ນ​ໄຫວ​ຂອງ ​UNESCO ໃນ​ໄລຍະ​ຜ່ານ​ມາ ​ໄດ້​ນຳ​ມາ​ເຊີ່ງປະສິດທິ​ຜົນ​ອັນ​ແທດ​ຈິງ, ຊ່ວຍ​ໃຫ້​ປະຊາ​ຊາດ​ຕ່າງໆ​ມີ​ຄວາມສະໜິດ​ຕິດ​ພັນ​ກັນ. ພ້ອມ​ທັງ​ຊຸກຍູ້​ປະ​ເທດ​ຕ່າງໆພັດທະນາ​ແບບ​ຍືນ​ຍົງ​, ​ໃນ​ນັ້ນ​ມີຫວຽດນາມ ​ແລະ ຫວຽດນາມ ​ກໍ່​ໄດ້​ຮັບ​ຄວາມ​ເອົ​າ​ໃຈ​ໃສ່​ເປັນ​ພິ​ເສດ“

 

ຂ່າວ/ບົດ​ອື່ນ