ຫວຽດ​ນາມ​ ເຂົ້າ​ຮ່ວມ​ຮອບ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ ສິນ​ໃນ​ນ້ຳ​ຂອງ WTO

(VOVWORLD) -ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມຮອບເຈລະຈາ ໂດຍທ່ານນາງ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ເປັນຫົວໜ້າຄະນະ, ພ້ອມກັບບັນດາພະນັກງານຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ, ປະເທດ ສະວິດ ແລະ ຜູ້ຕາງໜ້າກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຢູ່ຮ່າໂນຍ
ຫວຽດ​ນາມ​ ເຂົ້າ​ຮ່ວມ​ຮອບ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ ສິນ​ໃນ​ນ້ຳ​ຂອງ WTO - ảnh 1ທ່ານນາງ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ (ພາບ: TTXVN)

ກຸ່ມນັກເຈລະຈາກ່ຽວກັບຫຼັກການຂອງ ອົງການການຄ້າ ໂລກ (WTO) ຫາກໍ່ສິ້ນສຸດຮອບເຈລະຈາເດືອນກຸມພາ 2021 ກ່ຽວກັບການໜູນຊ່ວຍອາຊີບຫາປາ ເຊິ່ງແກ່ຍາວເປັນເວລາ 1 ອາທິດ ນັບແຕ່ວັນທີ 22 -28 ກຸມພາ. ໃນສະພາບການ ໂລກລະບາດໂຄວິດ - 19  ຍັງມີການຜັນແປຢ່າງສັບສົນນັ້ນ, ຮອບເຈລະຈາຄັ້ງນີ້ສືບຕໍ່ໄດ້ຮັບການຈັດຕັ້ງຕາມຮູບການທາງອອນລາຍ, ໂດຍມີການເຂົ້າຮ່ວມຂອງ ຜູ້ຕາງໜ້າບັນດາຄະນະຜູ້ຕາງໜ້າປະຈຳ WTO ແລະ ບັນດາພະນັກງານພາຍໃນປະເທດຂອງບັນດາປະເທດສະມາຊິກ.

ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມຮອບເຈລະຈາ ໂດຍທ່ານນາງ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ເປັນຫົວໜ້າຄະນະ, ພ້ອມກັບບັນດາພະນັກງານຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ, ປະເທດ ສະວິດ ແລະ ຜູ້ຕາງໜ້າກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຢູ່ຮ່າໂນຍ. ຄະນະຜູ້ແທນ ຫວຽດນາມ ຕັ້ງໜ້າເຂົ້າຮ່ວມບັນດາການປຶກສາຫາລື ເພື່ອແນໃສ່ສ້າງຄວາມເຫັນດີເຫັນພ້ອມ, ຊຸກຍູ້ການເຈລະຈາເພື່ອບັນລຸໄດ້ມາດຕະການທີ່ເໝາະສົມກັບບັນດາຝ່າຍ ໂດຍໄວ, ມຸ່ງໄປສູ່ການບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງເລກທີ 14.6 ຂອງໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງຂອງ ສປຊ.

ຮອບເຈລະຈາ ກ່ຽວກັບການໜູນຊ່ວຍສິນໃນນ້ຳຄັ້ງຕໍ່ໄປຈະໄດ້ຈັດຕັ້ງເລີ່ມແຕ່ວັນທີ 15 ມີນາຈະມາເຖິງ. ບັນດາສະມາຊິກກໍ່ອາດຈະດຳເນີນການປຶກສາຫາລືກ່ອນທີ່ຈະດຳເນີດຮອບເຈລະຈາຄັ້ງຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ