ຫວຽດນາມ ເຂົ້າຮ່ວມເວທີປາໄສການທູດ Antalya 2024 ຢູ່ຕວກກີ

(VOVWORLD) - ດ້ວຍຫົວຂໍ້ວ່າ “ຊຸກຍູ້ການທູດໃນໄລຍະວິກິດການ”, ເວທີປາໄສ ADF 2024 ດຶງດູດການເຂົ້າຮ່ວມຂອງຜູ້ແທນປະມານ 4.000 ຄົນ, ໃນນັ້ນມີການນຳຂັ້ນສູງ 19 ທ່ານ ແລະ ລັດຖະມົນຕີ, ຮອງລັດຖະມົນຕີເກືອບ 100 ທ່ານ ພ້ອມກັບຜູ້ຕາງໜ້າບັນດາອົງການສາກົນ, ບັນດານັກວາງນະໂຍບາຍ, ນັກຊ່ຽວຊານ, ນັກຮຽນຮູ້ ແລະ ວິສາຫະກິດເປັນຈຳນວນຫຼວງຫຼາຍ.
ຫວຽດນາມ ເຂົ້າຮ່ວມເວທີປາໄສການທູດ Antalya 2024 ຢູ່ຕວກກີ - ảnh 1ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຮັ່ງ
(ພາບ:baoquocte.vn)

ໃນລະຫວ່າງວັນທີ 1 – 2 ມີນາ, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຮັ່ງ ໄດ້ເຂົ້າຮ່ວມເວທີປາໄສການທູດ Antalya (ADF) 2024 ຢູ່ນະຄອນ Antalya, ປະເທດ ຕວກກີ.

ດ້ວຍຫົວຂໍ້ວ່າ “ຊຸກຍູ້ການທູດໃນໄລຍະວິກິດການ”, ເວທີປາໄສ ADF 2024 ດຶງດູດການເຂົ້າຮ່ວມຂອງຜູ້ແທນປະມານ 4.000 ຄົນ, ໃນນັ້ນມີການນຳຂັ້ນສູງ 19 ທ່ານ ແລະ ລັດຖະມົນຕີ, ຮອງລັດຖະມົນຕີເກືອບ 100 ທ່ານ ພ້ອມກັບຜູ້ຕາງໜ້າບັນດາອົງການສາກົນ, ບັນດານັກວາງນະໂຍບາຍ, ນັກຊ່ຽວຊານ, ນັກຮຽນຮູ້ ແລະ ວິສາຫະກິດເປັນຈຳນວນຫຼວງຫຼາຍ.

ໂດຍເປັນໜຶ່ງໃນບັນດານັກປາຖະກະຖາທີ່ວາລະປຶກສາຫາລື “ສ້າງໂຄງປະກອບພາກພື້ນ ອາຊີ - ປາຊີຟິກ: ສິ່ງທ້າທາຍຂອງການບັນດາຜົນປະໂຫຍດບໍ່ສົມດຸນ”, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຮັ່ງ ເນັ້ນໜັກວ່າ: ຍິ່ງກ່ວາເວລາໃດໝົດ, ອາຊີ - ປາຊີຟິກ ຄວນຮັບປະກັນການຮັກສາໂຄງປະກອບພາກພື້ນເປີດ, ໂປ່ງໃສ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກວມລວມ ແລະ ອີງໃສ່ກົດໝາຍ, ໃນນັ້ນ ອາຊຽນ ສວມບົດບາດເປັນໃຈກາງ. ທ່ານນາງຮອງລັດຖະມົນຕີ ຢັ້ງຢືນ ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍຢ່າງສະເໝີຕົ້ນສະເໝີປາຍກ່ຽວກັບ ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ແລະ ພ້ອມກັບບັນດາປະເທດສະມາຊິກ ອາຊຽນ ສືບຕໍ່ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ວັດທະນະຖາວອນຂອງພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ