ຫວຽດນາມ ເຂົ້າຮ່ວມເວທີປາໄສພຸດທະສາສະໜາສາກົນຄັ້ງທີ 2 ຢູ່ ສ.Buryatia, ສະຫະພັນ ລັດເຊຍ

(VOVWORLD) - ເຂົ້າຮ່ວມເວທີປາໄສມີຜູ້ແທນຂອງສະຫະພັນ ລັດເຊຍ ກວ່າ 600 ຄົນ ແລະ 15 ປະເທດເຊ່ິ່ງໄດ້ຮັບຖືວ່າແມ່ນສູນກາງພຸດທະສາສະໜາຂອງໂລກ, ໃນນັ້ນມີ ມົງໂກນ, ຈີນ. ສ.ເກົາຫຼີ, ຍີ່ປຸ່ນ, ເນປານ, ອິນເດຍ ແລະ ຫວຽດນາມ.
ຫວຽດນາມ ເຂົ້າຮ່ວມເວທີປາໄສພຸດທະສາສະໜາສາກົນຄັ້ງທີ 2 ຢູ່ ສ.Buryatia, ສະຫະພັນ ລັດເຊຍ - ảnh 1(ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ)

        ວັນທີ 12 ສິງຫາ, ຢູ່ນະຄອນ Ulan-Ude, ສ.Buryatia, ສະຫະພັນ ລັດເຊຍ, ໄດ້ຈັດເວທີປາໄສພຸດທະສາສະໜາສາກົນ ຄັ້ງທີ 2 ດ້ວຍຫົວຂໍ້ “ພຸດທະສາສະໜາທີ່ເປັນມູນເຊື້ອ ແລະ ສິ່ງທ້າທາຍຂອງຍຸກສະໄໝ” ເລີ່ມເຂົ້າສູ່ມື້ເຮັດວຽກທີ 2 ຢ່າງເປັນທາງການ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງພາຍໃນ ຫວູຈຽນທັງ, ເປັນຫົວໜ້າຄະນະ, ເຂົ້າຮ່ວມເວທີປາໄສ.

        ເວທີປາໄສດັ່ງກ່າວໂດຍສະມາຄົມພຸດທະສາສະໜາມູນເຊື້ອ ລັດເຊຍ ສົບທົບກັບກອງທຶນໜູນຊ່ວຍການສຶກສາ ແລະ ຄົ້ນຄວ້າກ່ຽວກັບພຸດທະສາສະໜາ, ອຳນາດການປົກຄອງ ສ.Buryatia ຈັດຂຶ້ນ. ເຂົ້າຮ່ວມເວທີປາໄສມີຜູ້ແທນຂອງສະຫະພັນ ລັດເຊຍ ກວ່າ 600 ຄົນ ແລະ 15 ປະເທດເຊ່ິ່ງໄດ້ຮັບຖືວ່າແມ່ນສູນກາງພຸດທະສາສະໜາຂອງໂລກ, ໃນນັ້ນມີ ມົງໂກນ, ຈີນ. ສ.ເກົາຫຼີ, ຍີ່ປຸ່ນ, ເນປານ, ອິນເດຍ ແລະ ຫວຽດນາມ. ເວທີປາໄສໄດ້ປຶກສາຫາລືຢ່າງຮອບດ້ານບັນດາບັນຫາພັດທະນາພຸດທະສາສະໜາ, ວັດທະນະທຳສາສະໜາພຸດ, ປັດຊະຍາ ແລະ ການປະຕິບັດ. ເວທີປາໄສເພື່ອຍູ້ແຮງການພັດທະນາການຮ່ວມມືໃນຂົງເຂດການສຶກສາ, ແລກປ່ຽນພຸດທະສາສະໜາ ແລະ ການປະຕິບັດມູນເຊື້ອລະຫວ່າງບັນດາອົງການພຸດທະສາສະໜາ, ວິທະຍາສາດ, ການສຶກສາ ແລະ ການແພດພຸດທະສາສະໜາຂອງ ລັດເຊຍ ແລະ ບັນດາປະເທດທີ່ເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ