ຫວຽດນາມ ເຂົ້າຮ່ວມເວທີປາໄສຮ່ວມມືປ່ຽນແປງໃໝ່ດ້ານສາທາລະນະສຸກສາກົນປີ 2021

(VOVWORLD) -ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ້ ເນັ້ນໜັກວ່າ, ບັນດາປະເທດຄວນປັບປຸງທິດທາງການເຄື່ອນໄຫວຂອງເສດຖະກິດ, ສັງຄົມ, ການໄປມາ… ກໍຄືເພີ່ມທະວີການປ່ຽນແປງໃໝ່ດ້ານສາທາລະນະສຸກ
ຫວຽດນາມ ເຂົ້າຮ່ວມເວທີປາໄສຮ່ວມມືປ່ຽນແປງໃໝ່ດ້ານສາທາລະນະສຸກສາກົນປີ 2021 - ảnh 1ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ
(ພາບ: ກະຊວງການຕ່າງປະເທດ)

ໂດຍໄດ້ຮັບຄຳເຊື້ອເຊີນຂອງອຳນາດການປົກຄອງເຂດປົກຄອງດ້ວຍຕົນເອງ ຈວາງ, ແຂວງ ກວາງຊີ, ປະເທດ ຈີນ, ຕອນເຊົ້າວັນທີ 06 ທັນວາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສປ່ຽນແປງໃໝ່ດ້ານສາທາລະນະສຸກສາກົນ ເຊິ່ງໄດ້ຈັດຂຶ້ນຢູ່ແຂວງ ກວາງຊີ, ປະເທດ ຈີນ ຕາມຮູບແບບອັດເທບວີດີໂອ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ້ ເນັ້ນໜັກວ່າ, ບັນດາປະເທດຄວນປັບປຸງທິດທາງການເຄື່ອນໄຫວຂອງເສດຖະກິດ, ສັງຄົມ, ການໄປມາ… ກໍຄືເພີ່ມທະວີການປ່ຽນແປງໃໝ່ດ້ານສາທາລະນະສຸກ ເພື່ອແນໃສ່ຮັບມືກັບໂລກລະບາດໂຄວິດ-19. ຕາມນັ້ນແລ້ວ, ບັນດາປະເທດຄວນຍູ້ແຮງການຮ່ວມມືໃນການຜະລິດ, ຖ່າຍຖອດເຕັກໂນໂລຊີວັກຊິນ, ຢາປິ່ນປົວ, ເຄື່ອງວັດຖຸດ້ານການແພດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19; ສົມທົບກັນແບ່ງປັນຂ້ໍມູນຂ່າວສານ, ຄວບຄຸມໂລກລະບາດ ເພື່ອສ້າງຄວາມສະດວກໃຫ້ແກ່ການໄປມາຂອງປະຊາຊົນ; ພ້ອມທັງ, ຫັນບັນດາລະບຽບການໃນການແຈ້ງພາສີສຳລັບສິນຄ້າມີລັກສະນະລະດູເກັບກຽວເປັນສະດວກຄື: ຜະລິດຕະພັນກະເສດ, ສິນໃນນ້ຳ, ດ້ານໜຶ່ງຮັບປະກັນລະບົບສະໜອງຢູ່ພາກພື້ນບໍ່ໄດ້ຕັດຕອນ, ດ້ານໜຶ່ງຕອບສະໜອງຄວາມຮຽກຮ້ອງໃນການປ້ອງກັນ, ຕ້ານໂລກລະບາດ.

        ເວທີປາໄສດັ່ງກ່າວໄດ້ຈັດຂຶ້ນປະຈຳປີນັບແຕ່ປີ 2019 ແມ່ນໜຶ່ງໃນບັນດາການເຄື່ອນໄຫວສຳຄັນຂອງອົງການຮ່ວມມື ຊຽງໄຮ (SCO).

ຕອບກັບ

ຂ່າວ/ບົດ​ອື່ນ