ຫວຽດນາມ ເຄົາລົບນັບຖືການສະໜັບສະໜູນ, ການຊ່ວຍເຫຼືອຂອງເພື່ອນມິດສາກົນ

(VOVWORLD) -ທ່ານປະທານປະເທດ ໄດ້ຂອບໃຈເພື່ອນມິດອາເມລິກາ ໄດ້ມີການເຄື່ອນໄຫວແທດຈິງຫຼາຍຢ່າງເພື່ອສະໜັບສະໜູນ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ
ຫວຽດນາມ ເຄົາລົບນັບຖືການສະໜັບສະໜູນ, ການຊ່ວຍເຫຼືອຂອງເພື່ອນມິດສາກົນ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບເພື່ອນມິດອາເມລິກາ
(ພາບ: TTXVN)

ໂດຍສືບຕໍ່ບັນດາການເຄື່ອນໄຫວຢູ່ນະຄອນນິວຢອກ, ປະເທດອາເມລິກາ, ວັນທີ 21 ກັນຍາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບເພື່ອນມິດອາເມລິກາ, ໂດຍທ່ານນາງ Merle Ratner, ຜູ້ປະສານງານຂອງອົງການຂົນຂວາຍຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີຫວຽດນາມ ຢູ່ອາເມລິກາ ເປັນຫົວໜ້າຄະນະ.

        ທີ່ການຕ້ອນຮັບ, ທ່ານປະທານປະເທດ ໄດ້ຂອບໃຈເພື່ອນມິດອາເມລິກາ ໄດ້ມີການເຄື່ອນໄຫວແທດຈິງຫຼາຍຢ່າງເພື່ອສະໜັບສະໜູນ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ, ລູກລະເບີດຍັງບໍ່ທັນແຕກພາຍຫຼັງສົງຄົມຢູ່ຫວຽດນາມ. ທ່ານປະທານປະເທດຕີລາຄາສູງບັນດາຄຳໝັ້ນສັນຍາ ແລະ ການໜູນຊ່ວຍຂອງອາເມລິກາ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄົມ; ພ້ອມກັນນັ້ນປາດຖະໜາວ່າ ເພື່ອນມິດອາເມລິກາ ຈະສືບຕໍ່ສະໜັບສະໜູນການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ, ພິເສດແມ່ນໃນບັນຫາແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອສິນ.

        ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍໄດ້ໃຫ້ການຕ້ອນຮັບເພື່ອນມິດຝ່າຍຊ້າຍອາເມລິກາ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢືນຢັນວ່າ: ຫວຽດນາມ ເຄົາລົບນັບຖື ແລະ ຕີລາຄາສູງບັນດາການໜູນຊ່ວຍຢ່າງແທດຈິງຂອງບັນດາເພື່ອນມິດຝ່າຍຊ້າຍອາເມລິກາ ຕໍ່ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ກໍຄືການສະໜັບສະໜູນການພົວພັນລະຫວ່າງຫວຽດນາມ - ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ