ຫວຽດ​ນາມ ເຊີດ​ຊູ​ຄຸນ​ຄ່າ ສົນ​ທ​ິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທ​ະ​ເລ

(VOVWORLD) -   ກອງປະຊຸມບັນດາປະເທດສະມາຊິກສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (SPLOS) ຄັ້ງທີ 34 ໄດ້ດຳເນີນແຕ່ວັນທີ 10 – 14 ມິຖຸນາ, ຢູ່ສຳນັກງານ ສປຊ ຢູ່ ນິວຢອກ, ອາເມລິກາ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີຜູ້ປະຈຳການ ກະຊວງການຕ່າງປະເທດ ຫງວຽນມິງຫວູ ນຳໜ້າຄະນະເຂົ້າຮ່ວມກອງປະຊຸມ.
ຫວຽດ​ນາມ ເຊີດ​ຊູ​ຄຸນ​ຄ່າ ສົນ​ທ​ິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທ​ະ​ເລ - ảnh 1ກອງປະຊຸມບັນດາປະເທດສະມາຊິກສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (SPLOS) ຄັ້ງທີ 34  (ພາບ: VOV)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການເຊີດຊູ, ເຄົາລົບ ແລະ ປະຕິບັດສົນທິສັນຍາ; ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ໃນການບໍລິຫານ ແລະ ນຳໃຊ້ທະເລ ແລະ ມະຫາສະໝຸດແບບຍືນຍົງ.

        ກ່ຽວກັບທະເລຕາເວັນອອກ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ສະເໜີໃຫ້ບັນດາປະເທດສະມາຊິກປະຕິບັດນະໂຍບາຍທະເລຢ່າງມີຄວາມຮັບຜິດຊອບ ແລະ ຖືກຕ້ອງຕາມກົດໝາຍ, ພ້ອມກັນຮັບປະກັນສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ; ຢັ້ງຢືນ ຫວຽດນາມ ຍາມໃດກໍມານະພະຍາຍາມພ້ອມກັບບັນດາປະເທດໃນພາກພື້ນ ຊຸກຍູ້ການເຄົາລົບສົນທິສັນຍາ ແລະ ປະຕິບັດ DOC ຢ່າງຄົບຖ້ວນ ແລະ ມານະພະຍາຍາມເຈລະຈາເພື່ອບັນລຸໄດ້ COC ຢ່າງແທ້ຈິງ, ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ.

ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ