ຫວຽດນາມ ​ເຊື່ອ​ໝັ້ນ​ວ່າ ປະຊາ​ຄົມ​ວັດທະນະທຳ - ສັງຄົມ ອາ​ຊຽນ ຈະ​ບັນລຸ​ໄດ້​ຜົນງານ​ທີ່​ເປັນ​ໜ້າ​ຊື່ນ​ຊົມ​ໃຫຍ່​ໃນ​ປີ 2022​

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ   ດາວງອກຢູງ ເຊື່ອໝັ້ນວ່າ ບັນດາຂໍ້ລິເລີ່ມຂອງ ອາຊຽນ ໃນໄລຍະມໍ່ໆມານີ້ ໃນການເພີ່ມທະວີບົດບາດຂອງຊາວໝຸ່ມອາຊຽນ ກໍ່ຈະປະກອບສ່ວນສ້າງປະຊາຄົມອາຊຽນ ສະໜິດຕິດພັນ ແລະ ພັດທະນາແບບຍືນຍົງ.
ຫວຽດນາມ ​ເຊື່ອ​ໝັ້ນ​ວ່າ ປະຊາ​ຄົມ​ວັດທະນະທຳ - ສັງຄົມ ອາ​ຊຽນ ຈະ​ບັນລຸ​ໄດ້​ຜົນງານ​ທີ່​ເປັນ​ໜ້າ​ຊື່ນ​ຊົມ​ໃຫຍ່​ໃນ​ປີ 2022​ - ảnh 1ກອງປະຊຸມສະມັດຊາປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ( ASCC) ຄັ້ງທີ 27 ດ້ວຍຫົວຂໍ້ວ່າ “ອາຊຽນ ກະທຳ-ພ້ອມກັນແກ້ໄຂສິ່ງທ້າທາຍ”

ໃນຕອນເຊົ້າວັນທີ 30 ມີນາ ໄດ້ຈັດກອງປະຊຸມສະມັດຊາປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ( ASCC) ຄັ້ງທີ 27 ດ້ວຍຫົວຂໍ້ວ່າ “ອາຊຽນ ກະທຳ-ພ້ອມກັນແກ້ໄຂສິ່ງທ້າທາຍ” ນີ້ຕາມຮູບແບບອອນລາຍ, ໂດຍການເຂົ້າຮ່ວມຂອງທ່ານລັດຖະມົນຕີ/ຫົວໜ້າຄະນະບັນດາປະເທດອາຊຽນ ທີ່ຮັບຜິດຊອບ ປະຊາຄົມວັດທະນະທຳ-ສັງຄົມ, ເລຂາທິການໃຫຍ່ອາຊຽນ ແລະ ຄະນະເລຂາອາຊຽນ. ນີ້ແມ່ນກອງປະຊຸມຄັ້ງທຳອິດໃນປີຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ. ໃນກອງປະຊຸມ, ຜູ້ແທນໄດ້ປຶກສາຫາລືກ່ຽວກັບບຸລິມະສິດ, ບັນດາເອກະສານຂໍ້ສະເໜີກໍ່ສ້າງເພື່ອຢື້ນສະເໜີຮັບຮອງເອົາຢູ່ປະຊຸມສຸດຍອດ ອາຊຽນ ຄັ້ງທີ 40 ແລະ 41 ເຊີ່ງຈະໄດ້ຈັດຂຶ້ນໃນເດືອນ ພະຈິກ ຈະມາເຖິ່ງນີ້; ແບ່ງປັນທັດສະນະກ່ຽວກັບບັນຫາຄວນເອົາໃຈໃສ່ ແລະ ການກໍານົດທິດພັດທະນາຂອງອາຊຽນໃນເວລາທີ່ຈະມາເຖິງເພື່ອແນໃສ່ວິໄສທັດປະຊາຄົມ ອາຊຽນ 2025 ໃຫ້ປະກົດຜົນເປັນຈິງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ   ດາວງອກຢູງ ເຊື່ອໝັ້ນວ່າ ບັນດາຂໍ້ລິເລີ່ມຂອງ ອາຊຽນ ໃນໄລຍະມໍ່ໆມານີ້ ໃນການເພີ່ມທະວີບົດບາດຂອງຊາວໝຸ່ມອາຊຽນ ກໍ່ຈະປະກອບສ່ວນສ້າງປະຊາຄົມອາຊຽນ ສະໜິດຕິດພັນ ແລະ ພັດທະນາແບບຍືນຍົງ.

ບັນດາບຸລິມະສິດ ແລະ ຄວາມມານະພະຍາຍາມຂອງປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ນັນມື້ນັບສະແດງໃຫ້ເຫັນບົດບາດຂອງປະຊາຄົມນີ້ໃນການຜູກພັນລະຫວ່າງຄົນກັບຄົນ, ຖືເອົາມະນຸດເປັນໃຈກາງຂອງການພັດທະນາແບບຍືນຍົງ ແລະ ບໍ່ປະໃຫ້ໃຜຕົກຢູ່ທາງຫຼັງ. ສິ່ງທ້າທາຍໃນປັດຈຸບັນບໍ່ໄດເຮັດໃຫ້ການຮ່ວມມືຂອງອາຊຽນຫຼຸດໜ້ອຍຖອຍລົງ, ແຕ່ຍັງຍູ້ແຮງຄໍາໝັ້ນສັນຍາຂອງປະຊາຄົມວັດທະນະທໍາ-ສັງຄົມຕື່ມອີກ.

ທ່ານລັດຖະມົນຕີ ດາວງອກຢູງກໍ່ໄດ້ແບ່ງປັນຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອຟື້ນຟູພາຍຫຼັງພະຍາດໂຄວິດ - 19, ທ່ານໃຫ້ຮູ້ວ່າ ດ້ວຍບັນດານະໂຍບາຍຮັບມືກັບພະຍາດ ໂຄວິດ - 19 ແລະ ຄວາມມານະພະຍາຍາມໃນໄລຍະຜ່ານມາ, ລັດຖະບານຫວຽດນາມ ໄດ້ຊ່ວຍເຫຼືອ ປະຊາຊົນໄນກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິໂດຍໄວ, ສຸມໃສ່ພັດທະນາເສດຖະກິດສັງຄົມ ເປີດປະຕູການທ່ອງທ່ຽວ ແລະ ເປີດໂຮງຮຽນຄືນໃໝ່

ຕອບກັບ

ຂ່າວ/ບົດ​ອື່ນ