ຫວຽດນາມ ເຊື່ອໝັ້ນວ່າ ລາຊະອານາຈັກ ກຳປູເຈຍ ຈະສືບຕໍ່ຮັກສາສັນຕິພາບ, ເອກະລາດແລະ ພັດທະນາວັດທະນາຖາວອນ

(VOVWORLD) - ເນືຶ່ອງໃນໂອກາດສະພາແຫ່ງຊາດ ກຳປູເຈຍ ຊຸດທີ 6 ຮັບຮອງເອົາບັນຊີລາຍຊື່ສະມາຊິກສະພາແຫ່ງຊາດຊຸດທີ 6 ແລະ ລັດຖະບານລາຊະອານາຈັກອາຍຸການທີ 6 (ໄລຍະ 2018 - 2023), 

ວັນທີ 06 ກັນຍາ 2018, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍອວຍພອນທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກໍ່ໄດ້ສົ່ງຈົດໝາຍອວຍພອນທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin.

        ເນືື້ອໃນຈົດໝາຍອວຍພອນຂຽນວ່າ ການນຳ ຫວຽດນາມ ສືບຕໍ່ຢືນຢັນໄຊຊະນະຂອງພັກປະຊາຊົນ ກຳປູເຈຍ ທີ່ການເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ຜ່ານມາ ໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນຢ່າງໃຫຍ່ຫລວງຂອງປະເທດ ແລະ ປະຊາຊົນ ກຳປູເຈຍ ທີ່ສະຫງວນໃຫ້ພັກປະຊາຊົນ ກຳປູເຈຍ, ພ້ອມທັງ ເຊື່ອໝັ້ນຢ່າງແນ່ວແນ່ວ່າ ລາຊະອານາຈັກ ກຳປູເຈຍ ຈະສືບຕໍ່ປົກປັກຮັກສາສັນຕິພາບ, ເອກະລາດ, ເປັນກາງ, ສະຖຽນລະພາບ ແລະ ພັດທະນາວັດທະນາຖາວອນ ຊີວິດການເປັນຢູ່ຂອງປະຊາຊົນ ກຳປູເຈຍ ນັບມື້ນັບໄດ້ຮັບການຍົກສູງຂຶ້ນຢູ່ພາກພື້ນ ແລະ ໃນໂລກ.

        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ກໍ່ໄດ້ສົ່ງຈົດໝາຍອວຍພອນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ Prak Sokhonn.

ຕອບກັບ

ຂ່າວ/ບົດ​ອື່ນ