ຫວຽດ​ນາມ ​ເດັດ​ດ່ຽວ​ຕໍ່​ສູ້, ຕ້ານ​ການ​ອົບ​ພະ​ຍົບ​ຢ່າງ​ຜິດ​ກົດ​ໝາຍ

(VOVWORLD) -ລັດຖະບານ ຫວຽດນາມ ຢຶດໝັ້ນຕໍ່ສູ້ການປ້ອງກັນ, ຕ້ານການອົບພະຍົບຢ່າງຜິດກົດໝາຍ, ການກະທຳສົ່ງຄົນອົບພະຍົບຢ່າງຜິດກົດໝາຍ ແລະ ການຄ້າມະນຸດ.
ຫວຽດ​ນາມ ​ເດັດ​ດ່ຽວ​ຕໍ່​ສູ້, ຕ້ານ​ການ​ອົບ​ພະ​ຍົບ​ຢ່າງ​ຜິດ​ກົດ​ໝາຍ - ảnh 1(ພາບປະກອບ: TTXVN)

ໃນການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ທີ່ດຳເນີນໃນ ຕອນບ່າຍວັນທີ 6 ເມສາ ຢູ່ຮ່າໂນ້ຍ, ເມື່ອຕອບຄຳຖາມກ່ຽວກັບບັນຫາປ້ອງກັນ, ສະກັດກັ້ນການອອກເມືອງຜິດກົດໝາຍ, ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຢຶດໝັ້ນຕໍ່ສູ້ການປ້ອງກັນ, ຕ້ານການອົບພະຍົບຢ່າງຜິດກົດໝາຍ, ການກະທຳສົ່ງຄົນອົບພະຍົບຢ່າງຜິດກົດໝາຍ ແລະ ການຄ້າມະນຸດ. ຫວຽດນາມ ພວມມານະພະຍາຍາມປະຕິບັດບັນດາເປົ້າໝາຍຂໍ້ຕົກລົງຂອງທົ່ວໂລກກ່ຽວກັບການອົບພະຍົບຖືກຕ້ອງຕາມກົດໝາຍ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ (GCM) ຕາມແຜນການໂດຍທ່ານນາຍົກລັດຖະມົນຕີປະກາດໃຊ້ໃນວັນທີ 20 ມີນາ 2020, ເພື່ອແນໃສ່ສ້າງສະພ້ອມແວດລ້ອມການອົບພະຍົບຢ່າງໂປ່ງໃສ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊາວອົບພະຍົບ, ສະກັດກັ້ນຄວາມສ່ຽງການຄ້າມະນຸດໃນບັນດາການເຄື່ອນໄຫວອົບພະຍົບສາກົນ. ພ້ອມດຽວກັນນັ້ນ, ຫວຽດນາມ ກໍ່ຍູ້ແຮງການເຄື່ອນໄຫວກັບບັນດາປະເທດ, ບັນດາອົງການຈັດຕັ້ງໃນການສະກັດກັ້ນ, ພົບເຫັນ, ສືບສວນ, ປັບໄໝ, ທຳລາຍບໍລິການສົ່ງຄົນອົບພະຍົບຢ່າງຜິດກົດໝາຍຕາມຂໍ້ກຳນົດຂອງກົດໝາຍ; ພ້ອມແລ້ວທີ່ຈະແລກປ່ຽນ, ສົມທົບກັບບັນດາປະເທດເພື່ອແນໃສ່ແກ້ໄຂກໍລະນີທີ່ກ່ຽວຂ້ອງ ແນໃສ່ຮັບປະກັນການອົບພະຍົບທີ່ຖືກຕ້ອງຕາມກົດໝາຍ, ປອດໄພ ແລະ ສະກັດກັ້ນຄວາມສ່ຽງການຄ້າມະນຸດເພື່ອສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊາວອົບພະຍົບ.

ຕອບກັບ

ຂ່າວ/ບົດ​ອື່ນ