ຫວຽດນາມ ເຕີບໂຕສົ່ງອອກເປັນໜ້າປະທັບໃຈໃນປີ 2021

(VOVWORLD) - ໃນບັນດາປະເທດລວມມີ ຫວຽດນາມ, ຟີລິບປີນ, ໄທ, ສິງກະໂປ, ມາເລເຊຍ ແລະ ອິນໂດເນເຊຍ, ມີພຽງແຕ່ ຫວຽດນາມ ບັນລຸການເຕີບໂຕໃນການສົ່ງອອກໃນປີ 2020 ເພີ່ມ 7% ບັນລຸກ່ວາ 286 ຕື້ USD.

 

  ໜັງສືພິມແຖວໜ້າຂອງ ມາເລເຊຍ ແມ່ນ New Straits Times ສະບັບອອກວັນທີ 15 ກຸມພາ ໃຫ້ຂ່າວວ່າ ຫວຽດນາມ ແມ່ນປະເທດໜຶ່ງດຽວບັນລຸການເຕີບໂຕກ່ຽວກັບການສົ່ງອອກໃນຈຳນວນ 6 ປະເທດ ອາຊຽນ ທີ່ໄດ້ຮັບການສະຖິຕິ. ຕາມນັ້ນແລ້ວ, ໃນບັນດາປະເທດລວມມີ ຫວຽດນາມ, ຟີລິບປີນ, ໄທ, ສິງກະໂປ, ມາເລເຊຍ ແລະ ອິນໂດເນເຊຍ, ມີພຽງແຕ່ ຫວຽດນາມ ບັນລຸການເຕີບໂຕໃນການສົ່ງອອກໃນປີ 2020 ເພີ່ມ 7% ບັນລຸກ່ວາ 286 ຕື້ USD. ຂໍ້ມູນຂ່າວຈາກອົງການການຄ້າຕ່າງປະເທດ ຍີ່ປຸ່ນ (JETRO) ຖືວ່າ ເຖິງວ່າປະລິມານສິນຄ້າສົ່ງອອກຂອງ ຫວຽດນາມ ໄປຍັງ ຍີ່ປຸ່ນ ຫລຸດລົງ 5,2%  ກໍ່ຕາມແຕ່ການສົ່ງອອກໄປຍັງຕະຫລາດ ອາເມລິກາ ພັດເພີ່ມຂຶ້ນ 25,7% ແລະ ຈີນ ເພີ່ມຂຶ້ນ 18%.

ຕອບກັບ

ຂ່າວ/ບົດ​ອື່ນ