ຫວຽດ​ນາມ ເນັ້ນ​ໜັກ​ວ່າ ສັນ​ຕິ​ພາບ ແລະ ສ​ະ​ຖຽນ​ລະ​ພາບ​ແມ່ນ​ເງື່ອນ​ໄຂ​ຕັດ​ສິນ​ຊີ້​ຂາດ ເພື່ອ​ຊອກ​ຫາ​ມາດ​ຕະ​ການ​ໃຫ້​ແກ່​ບັນ​ດາ​ສິ່ງ​ທ້​າ​ທາຍ​ທົ່ວ​ໂລກ

(VOVWORLD) - ວັນທີ 7 ກຸມພາ, ທີ່ສຳນັກງານ ສປຊ ຢູ່ນິວຢອກ (ອາເມລິກາ), ສະມັດຊາໃຫຍ່ ສປຊ ຊຸດທີ 78 ໄດ້ຈັດວາລະປະຊຸມຄົບຄະນະ ກ່ຽວກັບບັນດາບຸລິມະສິດຂອງ ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໃນປີ 2024.

ຫວຽດ​ນາມ ເນັ້ນ​ໜັກ​ວ່າ ສັນ​ຕິ​ພາບ ແລະ ສ​ະ​ຖຽນ​ລະ​ພາບ​ແມ່ນ​ເງື່ອນ​ໄຂ​ຕັດ​ສິນ​ຊີ້​ຂາດ ເພື່ອ​ຊອກ​ຫາ​ມາດ​ຕະ​ການ​ໃຫ້​ແກ່​ບັນ​ດາ​ສິ່ງ​ທ້​າ​ທາຍ​ທົ່ວ​ໂລກ - ảnh 1ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ
(ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ, ສັນຕິພາບ ແລະ ສະຖຽນລະພາບແມ່ນເງື່ອນໄຂຕັດສິນຊີ້ຂາດ ເພື່ອຊອກຫາມາດຕະການໃຫ້ແກ່ບັນດາສິ່ງທ້າທາຍທົ່ວໂລກ ແລະ ບັນດາປະເທດສະມາຊິກ ສປຊ, ຕ້ອງປະຕິບັດຕາມກົດໝາຍສາກົນ,  ກົດບັດ ສປຊ, ຈົ່ງລະຫງັບໃຈໃນການນຳໃຊ້ອາວຸດ ຫຼື ແກ້ໄຂການຂັດແຍ້ງກັນໂດຍສັນຕິວິຖີ.

ກ່າວກັບກອງປະຊຸມສຸດຍອດ ອະນາຄົດ ເຊິ່ງແມ່ນການ ບຸລິມະສິດ ຂອງ ສປຊ ໃນປີ 2024 ທ່ານ ດັ່ງຮ່ວາງຢາງ ຖືວ່າ ນີ້ແມ່ນໂອກາດ ເພື່ອເພີ່ມທະວີການຮ່ວມມືສາກົນ, ປ່ຽນແປງໃໝ່ ແລະ ປະຕິບັດຄຳໝັ້ນສັນຍາລວມຂອງປະຊາຄົມສາກົນ ເພື່ອສັນຕິພາບ, ວັດທະນາຖາວອນ ແລະ ການພັດທະນາແບບຍືນຍົງໃຫ້ອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ