ຫວຽດນາມ ເນັ້ນໜັກເຖິງການ ຕ້ອງແກ້ໄຂສິ່ງທ້າທາຍກໍ່ການຮ້າຍຢູ່ ຊີຣີ

(VOVWORLD) -  ວັນທີ 23 ກໍລະກົດ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມນັດສາມັນທາງອອນລາຍກ່ຽວກັບສະພາບການດ້ານການເມືອງຢູ່ ຊີຣີ. ນະທີ່ນີ້, ຫວຽດນາມ ໄດ້ເນັ້ນໜັກວ່າ ຄວນມີການຮ່ວມມືແກ້ໄຂບັນດາສິ່ງທ້າທາຍຈາກບັນດາກຸ່ມກໍ່ການຮ້າຍ ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສະຫະປະຊາຊາດ.
ຫວຽດນາມ ເນັ້ນໜັກເຖິງການ ຕ້ອງແກ້ໄຂສິ່ງທ້າທາຍກໍ່ການຮ້າຍຢູ່ ຊີຣີ - ảnh 1ຫວຽດນາມ ເນັ້ນໜັກເຖິງການ ຕ້ອງແກ້ໄຂສິ່ງທ້າທາຍກໍ່ການຮ້າຍຢູ່ ຊີຣີ  (ພາບ: AFP/TTXVN)

  ຕໍ່ໜ້າບັນດາສິ່ງທ້າທາຍຄວາມໝັ້ນຄົງ ແລະ ຂາດສະຖຽນລະພາບທາງດ້ານເສດຖະກິດ-ສັງຄົມຢູ່ ຊີຣີ ນັ້ນ, ທ່ານເອກອັກຄະລັດຖະທູດ ດັ້ງດີງກຸຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຊຸກຍູ້ມາດຕະການດ້ານການເມືອງຢ່າງຮອບດ້ານ, ຍາວນານ ແລະ ຮັບປະກັນສະພາບແວດລ້ອມແຫ່ງຄວາມໝັ້ນຄົງ, ສະຖຽນລະພາບ ເພື່ອຮັບໃຊ້ໃຫ້ແກ່ການເຈລະຈາ. ທ່ານເອກອັກຄະລັດຖະທູດ ດັ້ງດີງກຸຍ ໄດ້ສະແດງຄວາມວິຕົກກັງວົນຕໍ່ຜົນກະທົບຈາກວິກິດການເສດຖະກິດ ແລະ ໂລກລະບາດໂຄວິດ-19 ທີ່ມີຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຊີຣີ ນັບຫລາຍລ້ານຄົນ, ຮຽກຮ້ອງໃຫ້ປະຊາຄົມສາກົນ ເພີ່ມທະວີການໜູນຊ່ວຍມະນຸດສະທຳ ກໍ່ຄືໜູນຊ່ວຍຄວາມສາມາດຮັບມືກັບໂລກລະບາດໂຄວິດ-19 ໃຫ້ແກ່ປະຊາຊົນ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ