ຫວຽດນາມ ເນັ້ນໜັກເຖິງຄວາມສຳຄັນຂອງ ອາຊຽນ ໃນການຮັບປະກັນຄວາມໝັ້ນຄົງຢູ່ພາກພື້ນ

(VOVWORLD) - ວັນທີ 24 ກຸມພາ, ສະຖາບັນຄົ້ນຄວ້າການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ມາເລເຊຍ (MiDAS) ໄດ້ຈັດຕັ້ງກອງປະຊຸມເຈລະຈາ Perwira 2020 ດ້ວຍຫົວຂໍ້ວ່າ “ປຶ້ມປົກຂາວປ້ອງກັນຊາດ (DWP) ຫົວທຳອິດຂອງ ມາເລເຊຍ: ແນວຄວາມຄິດ ແລະ ການໝູນໃຊ້”. 

ທ່ານນາຍພົນ Haji Affendi Buang, ຜູ້ບັນຊາການສູງສຸດກອງທັບ ມາເລເຊຍ ເນັ້ນໜັກວ່າ: ນີ້ເປັນຄັ້ງທຳອິດ ມາເລເຊຍ ປະກາດປຶ້ມປົກຂາວປ້ອງກັນຊາດ, ສ້າງການກຳນົດທິດຍຸດທະສາດໃຫ້ການປ້ອງກັນຊາດໃນໄລຍະ 10 ປີຕໍ່ໄປ.

ຫວຽດນາມ ເນັ້ນໜັກເຖິງຄວາມສຳຄັນຂອງ ອາຊຽນ ໃນການຮັບປະກັນຄວາມໝັ້ນຄົງຢູ່ພາກພື້ນ - ảnh 1 ທ່ານປະລິນຍາເອກ ເຈິ່ນຫວຽດທ໊າຍ, ຮອງຫົວໜ້າສະຖາບັນຄົ້ນຄວ້າຍຸດທະສາດ, ກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

        ກ່າວຄຳເຫັນທີ່ກອງປະຊຸມເຈລະຈາ, ທ່ານປະລິນຍາເອກ ເຈິ່ນຫວຽດທ໊າຍ, ຮອງຫົວໜ້າສະຖາບັນຄົ້ນຄວ້າຍຸດທະສາດ, ກະຊວງການຕ່າງປະເທດ ຫວຽດນາມ ຖືວ່າ: ຫວຽດນາມ ແລະ ມາເລເຊຍ ຄວນເພີ່ມທະວີບັນດາການເຄື່ອນໄຫວແບ່ງປັນຂໍ້ມູນຂ່າວສານ, ຮ່ວມມືບຳລຸງສ້າງ, ລາດຕະເວນ, ຝຶກຊ້ອມ, ຮ່ວມມື 2 ຝ່າຍກໍ່ຄືຫລາຍຝ່າຍ. ທ່ານປະລິນຍາເອກ ເຈິ່ນຫວຽດທ໊າຍ ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງ ອາຊຽນ ໃນການຮັບປະກັນຄວາມໝັ້ນຄົງເວົ້າສະເພາະ ແລະ ຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢູ່ ອາຊີຕາເວັນອອກສ່ຽງໃຕ້ ກໍ່ຄືຢູ່ພາກພື້ນ ອາຊີ - ປາຊີຟິກເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ