ຫວຽດ​ນາມ ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​​ວິ​ວັດທະ​ນາ​ການ​ປົດ​ປ່ອຍ​ລະ​ບອບ​ລ​່າ​ເມືອງ​ຂຶ້ນ

(VOVWORLD) -ທ່ານນາງ ຫງວຽນເຟືອງຈ່າ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງວິວັດທະນາການປົດປ່ອຍລະບອບລ່າເມືອງຂຶ້ນ, ເຄົາລົບສິດສະເໝີພາບ ແລະ ການຕັດສິນດ້ວຍຕົນຂອງແຕ່ລະຊົນຊາດ, ແຕ່ລະເຂດແຄວ້ນທີ່ບໍ່ປົກຄອງດ້ວຍຕົນເອງ.
ຫວຽດ​ນາມ ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​​ວິ​ວັດທະ​ນາ​ການ​ປົດ​ປ່ອຍ​ລະ​ບອບ​ລ​່າ​ເມືອງ​ຂຶ້ນ - ảnh 1ທ່ານນາງ ຫງວຽນເຟືອງຈ່າ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ 

ວັນທີ 13 ຕຸລາ, ເມື່ອເຂົ້າຮ່ວມວາລະປະຊຸມປຶກສາຫາລືຢູ່ ຄະນະກຳມະການການເມືອງພິເສດ ແລະ ປົດປ່ອຍລະບອບລ່າເມືອງຂຶ້ນ (ຄະນະກຳມະການທີ 4), ສະມັດຊາໃຫຍ່ ສປຊ ຊຸດທີ 77, ທ່ານນາງ ຫງວຽນເຟືອງຈ່າ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງວິວັດທະນາການປົດປ່ອຍລະບອບລ່າເມືອງຂຶ້ນ, ເຄົາລົບສິດສະເໝີພາບ ແລະ ການຕັດສິນດ້ວຍຕົນຂອງແຕ່ລະຊົນຊາດ, ແຕ່ລະເຂດແຄວ້ນທີ່ບໍ່ປົກຄອງດ້ວຍຕົນເອງ.

        ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ທ່ານນາງຖືວ່າ ຕ້ອງຊຸກຍູ້ການເຈລະຈາດ້ານການເມືອງທີ່ມີລັກສະນະສ້າງສັນ, ສ້າງສັນຕິພາບຍາວນານ ບົນພື້ນຖານເຄົາລົບບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ກົດບັດ ສປຊ ແລະ ມະຕິສະບັບຕ່າງໆທີ່ກ່ຽວຂ້ອງ ຂອງ ສະມັດຊາໃຫຍ່ ສປຊ, ໃນນັ້ນມີ ມະຕິສະບັບເລກທີ 1514 ວ່າດ້ວຍຖະແຫຼງການມອບເອກະລາດຄືນໃຫ້ບັນດາປະເທດ ແລະ ຊົນຊາດທີ່ເປັນຫົວເມືອງຂຶ້ນ. ໄປຄຽງຄູ່ກັນນັ້ນ, ສປຊ ກໍຕ້ອງຮັບປະກັນວ່າ ການເຄື່ອນໄຫວຂອງບັນດາປະເທດຢູ່ພາຍໃຕ້ການປົກຄອງດູແລຜົນປະໂຫຍດສາກົນຂອງ ສປຊ ຈະບໍ່ສົ່ງຜົນສະທ້ອນຫຍໍ້ທໍ້ຕໍ່ຜົນປະໂຫຍດຂອງປະຊາຊົນເຂດແຄວ້ນທີ່ບໍ່ປົກຄອງດ້ວຍຕົນເອງ, ແທນທີ່ນັ້ນ, ຕ້ອງໜູນຊ່ວຍເຂົາເຈົ້າ ແກ້ໄຂບັນດາສິ່ງທ້າທາຍທີ່ພວມເກີດຂຶ້ນ ແລະ ຊຸກຍູ້ການພັດທະນາຢູ່ບັນດາປະເທດເຫຼົ່ານັ້ນ.

ຟ້າມຮວັນ - VOV ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ