ຫວຽດນາມ - ເນປານ ຊຸກຍູ້ການພົວພັນຢ່າງຟົດຟື້ນ ແລະ ແທດຈິງກວ່າເກົ່າ

(VOVWORLD) -ພິທີຍື່ນສານແຕ່ງຕັ້ງ ໄດ້ດຳເນີນຢູ່ ທຳນຽບປະທານາທິບໍດີ Sheetal Niwas.

ທ່ານ ຟ້າມແຊັງເຈົາ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ,  ພ້ອມທັງຮັບຜິດຊອບປະເທດ ເນປານ ແລະ ບູຕານ ໄດ້ຍື່ນສານແຕ່ງຕັ້ງຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ຕໍ່ທ່ານນາງປະທານາທິບໍດີ ເນປານ Bidya Devi Bhandari ໃນວັນທີ 18 ມີນາ. ພິທີຍື່ນສານແຕ່ງຕັ້ງ ໄດ້ດຳເນີນຢູ່ ທຳນຽບປະທານາທິບໍດີ Sheetal Niwas.

 ຫວຽດນາມ - ເນປານ ຊຸກຍູ້ການພົວພັນຢ່າງຟົດຟື້ນ ແລະ ແທດຈິງກວ່າເກົ່າ - ảnh 1 ທ່ານເອກອັກຄະລັດຖະທູດ ຟ້າມແຊັງເຈົາຍື່ນສານແຕ່ງຕັ້ງຕໍ່ ທ່ານນາງປະທານາທິບໍດີ ເນປານ Bidya Devi Bhandari (ພາບ: TTXVN)

ທີ່ການພົບປະກັບທ່ານປະທານາທິບໍດີ ຫຼັງພິທີຍື່ນສານແຕ່ງຕັ້ງ, ທ່ານເອກອັກຄະລັດຖະທູດ ຟ້າມແຊັງເຈົາ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສົ່ງເຖິງທ່ານນາງປະທານາທິບໍດີ ເນປານ. ທ່ານເອກອັກຄະລັດຖະທູດສະແດງຄວາມເປັນກຽດ ທີ່ຖືກແຕ່ງຕັ້ງໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ຫວຽດນາມ ປະຈຳເນປານ - ເຊິ່ງແມ່ນປະເທດທີ່ມີພື້ນຖານວັດທະນະທຳ ປະຫວັດສາດຍາວນານ ແລະ ມີການພົວພັນມິດຕະພາບອັນດີງາມກັບ ຫວຽດນາມ. ທ່ານ ຟ້າມແຊັງເຈົາ ໃຫ້ຄຳໝັ້ນສັນຍາວ່າຈະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອແນໃສ່ຍູ້ແຮງການພົວພັນຮ່ວມມືລະຫວ່າງ ສອງປະເທດ ໃຫ້ນັບມື້ແທດຈິງ ແລະ ມີປະສິດທິຜົນ.

ຫຼັງຈາກນັ້ນ, ທ່ານເອກອັກຄະລັດຖະທູດ ຟ້າມແຊັງເຈົາ ກໍ່ໄດ້ເຂົ້າຢ້ຽມຄໍານັບ ທ່ານນາຍົກລັດຖະມົນຕີ ເນປານ K.P. Sharma Oli. ເຂົ້າຢ້ຽມຄໍານັບບັນດາເຈົ້າໜ້າທີ່ຂັ້ນສູງຂອງເນປານ ໃນນັ້ນ,ມີປະທານສະພາຕ່ຳ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງລັດຖະມົນຕີກະຊວງພາຍໃນ.

ໃນບັນດາການຕ້ອນຮັບ, ການນຳ ເນປານ ຕ່າງກໍ່ປາຖະໜາຢາກໄດ້ຮັບການໜູນຊ່ວຍ, ການແບ່ງປັນບົດຮຽນຂອງ ຫວຽດນາມ ກໍ່ຄືສ່ວນຕົວທ່ານເອກອັກຄະລັດຖະທູດ ກ່ຽວກັບບົດຮຽນໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າ ບັນດາໂຄງການວັດທະນະທຳ ກໍ່ຄືການພັດທະນາພື້ນຖານກະສິກຳ ໃຫ້ນັບມື້ນັບທັນສະໄໝ, ມີມູນຄ່າການສົ່ງອອກສູງ.

ຕອບກັບ

ຂ່າວ/ບົດ​ອື່ນ