ຫວຽດນາມ - ເນປານ ອອກຖະແຫຼງການຮ່ວມ

(VOVWORLD) -ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມຢ່າງເປັນທາງການໃນລະຫວ່າງວັນທີ 9 – 13 ພຶດສະພາ ຂອງທ່ານນາຍົກລັດຖະມົນຕີ ເນປານ Prasad Sharma Oli ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ວັນທີ 11 ພຶດສະພາ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ.
ຫວຽດນາມ - ເນປານ ອອກຖະແຫຼງການຮ່ວມ - ảnh 1ທ່ານນາຍົກລັດຖະມົນຕີ ເນປານ Prasad Sharma Oli  ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ (ພາບ: vtv.vn)

ຖະແຫຼງການຮ່ວມສະບັບດ່ັງກ່າວ ຊີ້ແຈ້ງວ່າ: ການນໍາສອງປະເທດຕີລາຄາວ່າ ການຮ່ວມມືດ້ານເສດຖະກິດ - ການຄ້າສອງຝ່າຍ ຍັງຕໍ່າ ເມື່ອທຽບໃສ່ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດ. ດັ່ງນັ້ນ, ບັນດາກະຊວງ, ຂະແໜງການກ່ຽວຂ້ອງ ຕ້ອງຄົ້ນຄວ້າສ້າງຕັ້ງບັນດາກົນໄກຮ່ວມມືດ້ານເສດຖະກິດ, ການຄ້າ, ສົ່ງເສີມບັນດາວິສາຫະກິດສອງປະເທດສໍາຫຼວດຕະຫຼາດ, ເຂົ້າຮ່ວມບັນດາການເຄື່ອນໄຫວເຊື່ອມຕໍ່ການແລກປ່ຽນການຄ້າ ພິເສດແມ່ນໃນບັນດາຂົງເຂດຄື ເຄື່ອງໄຟຟ້າ, ກາເຟ, ຊາ, ສິນໃນນໍ້າ... ຊອກຫາໂອກາດຮ່ວມມືໃນບັນດາຂົງເຂດໃໝ່ຄື ພະລັງງານ, ພະລັງງານຜະລິດຄືນໃໝ່, ກະສິກໍາໝູນໃຊ້ເຕັກໂນໂລຢີສູງ, ການທ່ອງທ່ຽວ.

        ນາຍົກລັດຖະມົນຕີທັງສອງທ່ານເຫັນດີ ພິຈາລະນາບັນດາຂໍ້ສະເໜີແນະກ່ຽວກັບການສໍາຜັດຕະຫຼາດໃຫ້ແກ່ບັນດາຜະລິດຕະພັນກະເສດທີ່ຕ່າງຝ່າຍຕ່າງມີທ່າແຮງ, ຊຸກຍູ້ການແລກປ່ຽນຂໍ້ມູນຂ່າວ ແລະ ຮ່ວມມືຄົ້ນຄວ້າວິທະຍາສາດ ແລະ ເຕັກນິກກະສິກໍາ, ເປີດກວ້າງການແລກປ່ຽນນັກຊ່ຽນຊານກະສິກໍາ. ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນ ແລະ ຮ່ວມມືໃນຂົງເຂດວັດທະນະທໍາ, ການທ່ອງທ່ຽວ, ພົບປະແລກປ່ຽນປະຊາຊົນ ພ້ອມທັງເນັ້ນໜັກເຖິງຄວາມຕ້ອງການສ້າງສາຍການບິນໂດຍກົງ ແລະ ມອບໃຫ້ກະຊວງຄົມມະນາຄົມຂົນສົ່ງສອງປະເທດພິຈາລະນາຄວາມອາດສາມາດລົງນາມໃນສັນຍາການບໍລິການທາງການບິນ.

        ກ່ຽວກັບບັນດາບັນຫາໃນພາກພື້ນ ແລະ ສາກົນ, ສອງຝ່າຍຢັ້ງຢືນວ່າ ຄວາມສໍາຄັນຂອງການເຄົາລົບ ກົດບັດ ສປຊ ຢ່າງຄົບຖ້ວນ, ບັນດາຫຼັກການ ແລະ ມາດຕະຖານຂອງກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ