ຫວຽດ​ນາມ ເບິ່ງ​ແຍງ​ດູ​ແລ, ປົກ​ປ້ອງ​ຜູ້​ອາ​ຍຸ​ສູງ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ວັນທີ 1 ຕຸລາ ຂອງທຸກໆປີ ແມ່ນວັນຜູ້ອາຍຸສູງສາກົນ. ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບບັນດາຜູ້ແທນອາຍຸສູງ, ທ່ານກໍ່ຢັ້ງຢືນວ່າ: ຜູ້ອາຍຸສູງແມ່ນກ້ອນທຶນອັນປະເສີດຂອງຊາດ, ແມ່ນເສົາຄ້ຳຂອງປະເທດຊາດ.

ຫວຽດ​ນາມ ເບິ່ງ​ແຍງ​ດູ​ແລ, ປົກ​ປ້ອງ​ຜູ້​ອາ​ຍຸ​ສູງ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ສັກວັກຊິນໃຫ້ແກ່ຜູ້ອາຍຸສຸງ (ພາບ: TTXVN)

ປັດຈຸບັນ, ຫວຽດນາມ ມີຜູ້ອາຍຸສູງ ປະມານ 11,4 ລ້ານຄົນ. ລັດຖະບານ ຫວຽດນາມ ໄດ້ ເອົາໃຈໃສ່ ເບິ່ງແຍງດູແລ, ປົກປ້ອງຜູ້ອາຍຸສູງ ເປົ້ນໝາຍທີ່ມີຄວາມສ່ຽງສູງກວ່າໝູ່ໃນໄລຍະເກີດໂລກລະບາດໂຄວິດ - 19 ເປັນພິເສດ.

ຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ ກໍ່ໄດ້ປະຕິບັດຫຼາຍມາດຕະການເພື່ອປົກປ້ອງ, ເບິ່ງແຍງດູແລຜູ້ອາຍຸສູງຕໍ່ໂລກລະບາດໂຄວິດ - 19. ທ່ານ ຈູວັນກົງ, ຫົວໜ້າສູນອຸປະຖຳສັງຄົມ ແຂວງ ແຄງຮ່ວາ ໃຫ້ຮູ້ວ່າ:

ການຄວບຄຸມດີທີ່ສຸດແມ່ນບໍ່ສຳຜັດກັບພາຍນອກ. ສົມມຸດວ່າ ຖ້າມີກໍລະນີຕິດເຊື້ອໃດໜຶ່ງ ນັ້ນກໍ່ໃຫ້ມີແຕ່ຢູ່ໃນເຂດນັ້ນ, ໃນຈຳນວນຄົນເຫຼົ່ານັ້ນ, ເຂດອື່ນແມ່ນໃຫ້ມີການເຄື່ອນໄຫວເປັນປົກກະຕິ. ໂດຍສະເພາະຜູ້ອາຍຸສູງທີ່ມີພະຍາດປະຈຳຕົວ, ຕ້ອງເພີ່ມທາດບຳລຸງ, ສ້າງສະພາບແວດລ້ອມໃຫ້ແກ່ເຂົາເຈົ້າໄດ້ອອກກຳລັງກາຍ, ໃຫ້ເຂົາເຈົ້າໄດ້ດຳລົງຊີວິດຢູ່ບ່ອນທີ່ປອດໂປ່ງ, ສະອາດ.

ໃນໄລະຍະທີ່ຜ່ານມາ, ບັນດາໂຮງໝໍ, ຮາກຖານສະທາລະນະສຸກ ໄດ້ເພີ່ມທະວີການແນະນຳ ໃຫ້ຜູ້ອາຍຸສູງ ໄປກວດສຸຂະພາບ ເພື່ອສັກວັກຊິນກັນໂຄວິດ - 19. ໂຮງໝໍ ບິ່ງແທ້ງ, ນະຄອນໂຮ່ຈີມິນ ໄດ້ມອບໜ້າທີ່ຮັບຜິດຊອບການສັກວັກຊິນກັນໂຄວິດ - 19 ໃຫ້ຜູ້ອາຍຸສູງ ທີ່ມີພະຍາດປະຈຳຕົວ, ດັ່ງນັ້ນ ວຽກງານກວດສຸຂະພາບ, ຕິດຕາມພາຍຫລັງການສັກວັກຊິນ ຈຶ່ງໄດ້ເອົາໃຈໃສ່ເປັນພິເສດກ່ວາ ເມື່ອທຽບໃສ່ກັບເປົ້າໝາຍອື່ນ.

ໂດຍໄດ້ຮັບບຸມິລະສິດໃນການເບິ່ງແຍງດູແລ, ປົກປ້ອງສຸຂະພາບ ໃນໄລຍະເກີດໂລກລະບາດໂຄວິດ - 19, ພ້ອມກັນນັ້ນ ຜູ້ອາຍຸສູງ ຫວຽດນາມ ຍັງປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງກະຊວງສາທາລະນະສຸກ ຢ່າງຄົບຖ້ວນ, ອອກກຳລັງກາຍເປັນປະຈຳ, ພັກຜ່ອນ, ນັ່ງສະມາທິ ຮັບປະກັນການກິນດື່ມໃຫ້ຄົບທາດບຳລຸງເພື່ອໃຫ້ມີສຸຂະພາບເຂັ້ມແຂງດຳລົງຊີວິດກັບລູກຫຼານຂອງຕົນຢ່າງມ່ວນຊື່ນ, ປະກອບສ່ວນຜົນປະໂຫຍດໃຫ້ແກ່ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ