ຫວຽດນາມ ເປີດກວ້າງການ ເຈລະຈາກ່ຽວກັບການຮ່ວມມືພັດທະນາ

ຫວຽດນາມ ເປີດກວ້າງການ ເຈລະຈາກ່ຽວກັບການຮ່ວມມືພັດທະນາ - ảnh 1
(ພາບປະກອບ)

(vovworld) -     ​ໃນ​ຂອບ​ເຂດ​ເວທີ​ປາ​ໄສ​ປະສິດທິ​ຜົນ​ການ​ອຸປະ​ຖຳ, ວັນ​ທີ 19/11, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ເອກະສານ​ການ​ພົວພັນ​ຄູ່​ຮ່ວມ​ມື Busan (BPD) ຢູ່​ຫວຽດນາມ. ທີ່​ກອງ​ປະຊຸມ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​​ໄດ້​​ປຶກສາ​ຫາລື​ຮ່າງ​ເອກະສານສຸດ​ທ້າຍ​ກ່ຽວ​ກັບການ​ພົວພັນ​ຄູ່​ຮ່ວມ​ມື​ຫວຽດນາມ (VPD). ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ຜູ້​ປະຈຳການກະຊວງ​ແຜນການ ​ແລະ ການ​ລົງທຶນ​ Cao Viet Sinh ​ໃຫ້​ຮູ້​ວ່າ, ລັດຖະບານ​ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສ້າງ​ໂຄງ​ປະກອບ​ທະນາຄານ​, ການ​ລົງທຶນ​ຂອງ​ລັດ ​ແລະ ລັດ​ວິ​ສາ​ຫະກິດຄືນ​ໃໝ່ ​ເພື່ອ​ປົວ​​ແປງໝາກຜົນ​ຂອງການ​ພັດທະນາ. ລັດຖະບານ​ຫວຽດນາມ ຈະ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຜົນງານ​ທີ່​ກ່ຽວຂ້ອງ​ເຖິງ: ການ​ພັດທະນາ​ເສດຖະກິດ​ຢ່າງ​ໝັ້ນ​ຄົງ, ຮັບປະກັນ​ຊີວິດ​ສັ​ງຄົມ ​ແລະ ສະຫວັດດີ​ການ​ສັງຄົມ; ນຳ​ໃຊ້​ແຫຼ່ງຊັບພະຍາກອນ​ທຳ​ມະ​ສາດ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຫຼຸດຜ່ອນ​ໄພ​ທຳ​ມະ​ຊາດ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສັງຄົມ ​ແລະ ການ​ເຕີບ​ໂຕ​ຂຽວ​ຢ່າງ​ມີ​ປະສິດທິ​ຜົນ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ກໍ​ແບ່ງປັນ​ບົດຮຽນ​ສາກົນຕ່າງໆ ​ໃນ​ການ​ປະຕິບັດ​ເອກະສານ​ການ​ພົວພັນ​ຄູ່​ຮ່ວມ​ມື Busan, ​ໃນ​ນັ້ນ​ ສ.​ເກົາຫຼີ ຄື​ດັ່ງ​ແບບຢ່າງ​ທີ່​ດີ​ເດັ່ນ​ໃນ​ການ​ປະຕິບັດວຽກ​ງານ​ອຸປະ​ຖຳຢ່າງ​ມີ​ປະສິດທິ​ຜົນ.

ຮ່າງ​ VPD ​ເພື່ອແນ​ໃສ່ຫັນບັນດາ​ຂໍ້​ຕົກລົງ​ທີ່ບັນລຸ​ໄດ້​ທີ່​ເວທີ​ປາ​ໄສ​ຂັ້ນ​ສູງ​ຄັ້ງ​ທີ 4 ກ່ຽວ​ກັບປະສິດທິ​ຜົນ​ການອຸປະ​ຖຳ​ຢູ່ Busan ຢ່າງ​ລະອຽດ. ຕາມ​ຮ່າງ​ເອກະສານ​ແລ້ວ, VPD ຈະ​ປະຕິບັດ​ໃນ​ໄລຍະ 2012 – 2015. VPD ຈະ​ໄດ້​ຍືນ​ສະ​ເໜີ​​ເພື່ອ​ຮັບຮອງ​ເອົາ​ຢູ່​ກອງ​ປະຊຸມ​ປະຈຳ​ປີ​ກຸ່ມ​ທີ​ປຶກສາ​ບັນດາ​ນັກ​ອຸປະຖຳ (CG) ​ໃຫ້​ແກ່​ຫວຽດນາມ ​ເຊິ່ງ​ຈະ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ໃນ​ວັນ​ທີ 10/12.

ຂ່າວ/ບົດ​ອື່ນ