ຫວຽດ​ນາມ ເປັນ​ປະ​ທານກອງ​ປະ​ຊຸມ ກຸ່ມ​ຮັບ​ຜິດ​ຊອບ​ສະ​ເພາະຂໍ້​ລິ​ເລີ່ມ​ເຊື່ອມ​ຕໍ່ ອາ​ຊຽນ

(VOVWORLD) -IAI ໄດ້ຮັບການຮັບຮອງເອົາຈາກບັນດາປະເທດ ອາຊຽນ ແຕ່ປີ 2000 ດ້ວຍຈຸດປະສົງ ແນໃສ່ຮັດແຄບໄລຍະຫ່າງການພັດທະນາລະຫວ່າງບັນດາປະເທດໃນ ອາຊຽນ, ໜູນຊ່ວຍບັນດາສະມາຊິກໃໝ່ ເຊັ່ນບັນດາປະເທດ CLMV ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດຂອງພາກພື້ນໄດ້ຢ່າງຄົບຖ້ວນ.
ຫວຽດ​ນາມ ເປັນ​ປະ​ທານກອງ​ປະ​ຊຸມ ກຸ່ມ​ຮັບ​ຜິດ​ຊອບ​ສະ​ເພາະຂໍ້​ລິ​ເລີ່ມ​ເຊື່ອມ​ຕໍ່ ອາ​ຊຽນ - ảnh 1ກອງປະຊຸມຄັ້ງທີ 65 ຂອງກຸ່ມຮັບຜິດຊອບສະເພາະຂໍ້ລິເລີ່ມເຊື່ອມຕໍ່ ອາຊຽນ (ພາບ: TTXVN)

ໃນລະຫວ່າງວັນທີ 9 ຫາວັນທີ 10 ກັນຍາ, ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ໄດ້ເປັນປະທານກອງປະຊຸມຄັ້ງທີ 65 ຂອງກຸ່ມຮັບຜິດຊອບສະເພາະຂໍ້ລິເລີ່ມເຊື່ອມຕໍ່ ອາຊຽນ (IAI) ແລະ ກອງປະຊຸມປຶກສາຫາລືຄັ້ງທີ 11 ຂອງກຸ່ມຮັບຜິດຊອບສະເພາະ IAI ກັບບັນດາຄູ່ຮ່ວມມືຂອງ ອາຊຽນ ຕາມແບບທາງໄກ ໃນຖານະເປັນປະທານກຸ່ມຮັບຜິດຊອບສະເພາະ IAI ປີ 2021.

ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ ຊົມເຊີຍແຜນການປະຕິບັດງານຂອງ IAI ໄລຍະ 3 (2016 – 2020) ໄດ້ປະສົບຜົນສຳເລັດອັນດີງາມ ພ້ອມທັງຕີລາຄາສູງ ຕໍ່ໝາກຜົນໃນເບື້ອງຕົ້ນຂອງບັນດາໂຄງການຂຶ້ນກັບແຜນການປະຕິບັດງານຂອງ IAI ໄລຍະທີ 4 (2021 – 2025). ທີ່ກອງປະຊຸມປຶກສາຫາລືຄັ້ງທີ 11 ຂອງກຸ່ມຮັບຜິດຊອບສະເພາະ IAI ກັບບັນດາຄູ່ຮ່ວມມືຂອງ ອາຊຽນ, ບັນດາປະເທດຄູ່ຮ່ວມມືຄື ອົດສະຕາລີ, ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ນິວຊີແລນ, ການາດາ, ອັງກິດ, ສະຫະພາບເອີຣົບ (ອີຢູ)… ໄດ້ຢັ້ງຢືນວ່າ ຈະສືບຕໍ່ໜູນຊ່ວຍ ອາຊຽນ ໃນຂອບເຂດ IAI. IAI ໄດ້ຮັບການຮັບຮອງເອົາຈາກບັນດາປະເທດ ອາຊຽນ ແຕ່ປີ 2000 ດ້ວຍຈຸດປະສົງ ແນໃສ່ຮັດແຄບໄລຍະຫ່າງການພັດທະນາລະຫວ່າງບັນດາປະເທດໃນ ອາຊຽນ, ໜູນຊ່ວຍບັນດາສະມາຊິກໃໝ່ ເຊັ່ນບັນດາປະເທດ CLMV (ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ) ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດຂອງພາກພື້ນໄດ້ຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ