ຫ​ວຽດ​ນາມ ເປັນ​ປະ​ທານກອງ​ປະ​ຊຸມ​ຂອງ​ຄະ​ນະ​ກຳ​ມະ​ການ​ສະ​ພາ​ຄວາມ​ໝັ້ນ​ຄົງ ກ່ຽວ​ກັບ ຊູ​ດັງ​ໃຕ້

(VOVWORLD) -ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງຢູ່ຊູດັງໃຕ້ ເພີ່ມທະວີການຮັບປະກັນໃຫ້ໄດ້ສຳຜັດກັບທັນຍາຫານ, ການສຶກສາ ແລະ ສາທາລະນະສຸກໃຫ້ແກ່ເດັກນ້ອຍ ແລະ ຊຸກຍູ້ລາຍການເຊື່ອມຕົວຄືນໃໝ່ສຳລັບເດັກນ້ອຍທີ່ຖືກເກນເຂົ້າກຸ່ມປະກອບອາວຸດ. 
ຫ​ວຽດ​ນາມ ເປັນ​ປະ​ທານກອງ​ປະ​ຊຸມ​ຂອງ​ຄະ​ນະ​ກຳ​ມະ​ການ​ສະ​ພາ​ຄວາມ​ໝັ້ນ​ຄົງ ກ່ຽວ​ກັບ ຊູ​ດັງ​ໃຕ້ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໋ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ວັນທີ 15 ຕຸລາ, ຢູ່ ນິວຢອກ, ອາເມລິກາ, ໃນຖານະເປັນປະທານຄະນະກຳມະການສະພາຄວາມໝັ້ນຄົງ ສປຊ ກ່ຽວກັບ ຊູດັງໃຕ້, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໋ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເປັນປະທານກອງປະຊຸມຂອງຄະນະກຳມະການ ດ້ວຍການເຂົ້າຮ່ວມຂອງທ່ານນາງ Virginia Gamba, ຜູ້ຕາງໜ້າພິເສດຂອງທ່ານເລຂາທິການໃຫຍ່ ສປຊ ຮັບຜິດຊອບກ່ຽວກັບເດັກນ້ອຍ ແລະ ການປະທະກັນດ້ວຍ ອາວຸດ.

ກ່າວຄຳເຫັນໃນນາມປະເທດ, ທ່ານດັ້ງດິ່ງກຸ໊ຍ ຕີລາຄາສູງຕໍ່ວິວັດທະນາການທີ່ຕັ້ງໜ້າທາງດ້ານການເມືອງ - ຄວາມໝັ້ນຄົງ ຢູ່ຊູດັງໃຕ້ ນັບແຕ່ລັດຖະບານຂ້າມຜ່ານໄດ້ສ້າງຕັ້ງຂຶ້ນ, ຜ່ານນັ້ນ ປະກອບສ່ວນສ້າງເງື່ອນໄຂສະດວກໃຫ້ແກ່ການປົກປ້ອງກຸ່ມທີ່ມີຄວາມສ່ຽງ, ໃນນັ້ນມີເດັກນ້ອຍ. ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງຢູ່ຊູດັງໃຕ້ ເພີ່ມທະວີການຮັບປະກັນໃຫ້ໄດ້ສຳຜັດກັບທັນຍາຫານ, ການສຶກສາ ແລະ ສາທາລະນະສຸກໃຫ້ແກ່ເດັກນ້ອຍ ແລະ ຊຸກຍູ້ລາຍການເຊື່ອມຕົວຄືນໃໝ່ສຳລັບເດັກນ້ອຍທີ່ຖືກເກນເຂົ້າກຸ່ມປະກອບອາວຸດ. ທ່ານເອກອັກຄະລັດຖະທູດ ກໍສະແດງຄວາມປາດຖະໜາວ່າ ສປຊ, ບັນດາປະເທດ, ອົງການຈັດຕັ້ງຢູ່ພາກພື້ນ ແລະ ຄູ່ຮ່ວມມືສາກົນອື່ນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອຊູດັງໃຕ້ໃນວິວັດທະນາການຂ້າມຜ່ານ, ໃນນັ້ນ ມີເລື່ອງປົກປ້ອງເດັກນ້ອຍ.


ຕອບກັບ

ຂ່າວ/ບົດ​ອື່ນ