ຫວຽດນາມ ເປັນປະທານກອງປະຊຸມຂອງຄະນະກຳມະການອາຊຽນ ກ່ຽວກັບການຄຸ້ມຄອງໄພທຳມະຊາດ

(VOVWORLD) -ອາຊຽນ ແມ່ນພາກພື້ນທີ່ມີຄວາມສ່ຽງສູງ ຕໍ່ບັນດາໄພພິບັດທຳມະຊາດ, ຄື: ພາຍຸ, ນ້ຳຖ້ວມ, ໄພແຫ້ງແລ້ງ, ແຜ່ນດິນໄຫວ…
ຫວຽດນາມ ເປັນປະທານກອງປະຊຸມຂອງຄະນະກຳມະການອາຊຽນ ກ່ຽວກັບການຄຸ້ມຄອງໄພທຳມະຊາດ - ảnh 1(ພາບປະກອບ: qdnd.vn)

        ແຕ່ວັນທີ 13-16 ມິຖຸນາ ຈະມາເຖິງ, ຢູ່ ດ່ານັ້ງ, ຫວຽດນາມ ຈະເປັນເຈົ້າພາບຈັດກອງປະຊຸມຄັ້ງທີ 42 ຂອງຄະນະກຳມະການ ອາຊຽນ ກ່ຽວກັບການຄຸ້ມຄອງໄພທຳມະຊາດ. ດ້ວຍບົດບາດເປັນປະທານຄະນະກຳມະການອາຊຽນ ຄຸ້ມຄອງໄພທຳມະຊາດປີ 2023, ຫວຽດນາມ ໄດ້ເສີມຂະຫຍາຍຈິດໃຈ “ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ” ໃນການຮ່ວມມື ອາຊຽນ ເວົ້າລວມ, ການຮ່ວມມືຄຸ້ມຄອງໄພທຳມະຊາດ ເວົ້າສະເພາະ. ທ່ານ ຟ້າມດຶກລ້ວນ, ຫົວໜ້າກົມຄຸ້ມຄອງຄັນຄູ ແລະ ປ້ອງກັນຕ້ານໄພທຳມະຊາດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ໃຫ້ຮູ້ວ່າ:

        “ຫວຽດນາມ ປາດຖະໜາວ່າ ການຮ່ວມມືດັ່ງກ່າວນີ້ຈະນັບມື້ນັບໄດ້ຮັບການສົມທົບກັນຢ່າງແໜ້ນແຟ້ນກວ່າ, ເພື່ອແບ່ງປັນບົດຮຽນ, ຂໍ້ມູນຂ່າວ, ແຫຼ່ງກຳລັງ ກໍຄືການໜູນຊ່ວຍເຊິ່ງກັນແລະກັນເມື່ອເກີດໄພພິບັດທຳມະຊາດທີ່ໜັກໜ່ວງ. ພິເສດ, ລະດົມແຫຼ່ງກຳລັງໃຫ້ແກ່ ອາຊຽນ ເວົ້າລວມ, ຫວຽດນາມ ເວົ້າສະເພາະ, ໃນການຄຸ້ມຄອງຄວາມສ່ຽງຈາກໄພທຳມະຊາດ, ບຳລຸງສ້າງ, ຝຶກອົບຮົມ ແລະ ຍົກສູງຄວາມຮັບຮູ້ໃຫ້ແກ່ປະຊາຊົນ.”

        ອາຊຽນ ແມ່ນພາກພື້ນທີ່ມີຄວາມສ່ຽງສູງ ຕໍ່ບັນດາໄພພິບັດທຳມະຊາດ, ຄື: ພາຍຸ, ນ້ຳຖ້ວມ, ໄພແຫ້ງແລ້ງ, ແຜ່ນດິນໄຫວ… ບັນດາຄວາມມານະພະຍາຍາມຮ່ວມມືໃນ ອາຊຽນ ກ່ຽວກັບບັນຫາດັ່ງກ່າວໄດ້ປະກອບສ່ວນເພີ່ມທະວີຄວາມສາມາດຕ້ານທານ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດໃຫ້ແກ່ບັນດາປະເທດສະມາຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ