ຫວຽດ​ນາມ ເປັນ​ປະ​ທານ​ວາ​ລະ​ປ​ະ​ຊຸມ​ປຶກ​ສາ​ຫາ​ລື​ເປີດ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ບັນ​ຫາ​ລູກ​ລະ​ເບີດ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊິນ ຖືວ່າ ບັນດາປະເທດຕ້ອງຮ່ວມມືກັນໃຫ້ເປັນຢ່າງດີກວ່າອີກ ເພື່ອບັນລຸໄດ້ໝາກຜົນທີ່ຍືນຍົງກວ່າໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ, ໂດຍຜ່ານການສະໜອງດ້ານການເງິນ, ໜູນຊ່ວຍດ້ານເຕັກນິກ, ຍົກສູງກຳລັງຄວາມສາມາດ, ຄວາມຮັບຮູ້ ແລະ ແບ່ງປັນປະສົບການໃຫ້ແກ່ບັນດາປະເທດຖືກຜົນສະທ້ອນ.
ຫວຽດ​ນາມ ເປັນ​ປະ​ທານ​ວາ​ລະ​ປ​ະ​ຊຸມ​ປຶກ​ສາ​ຫາ​ລື​ເປີດ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ບັນ​ຫາ​ລູກ​ລະ​ເບີດ - ảnh 1ວາລະປະຊຸມປຶກສາຫາລືເປີດຂັ້ນລັດຖະມົນຕີຂອງສະພາຄວາມໝັ້ນຄົງ ດ້ວຍຫົວຂໍ້ “ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ແລະ ຮັກສາສັນຕິພາບແບບຍືນຍົງ: ເພີ່ມທະວີຄວາມສະໜິດຕິດພັນເພື່ອເຄື່ອນໄຫວຢ່າງມີປະສິດທິຜົນກວ່າ” (ພາບ: hanoimoi.com.vn)

ວັນ ທີ 8 ເມສາ, ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊິນ ໃນຖານະເປັນປະທານສະພາຄວາມໝັ້ນຄົງ, ສປຊ ເດືອນເມສາ ປີ 2021, ຫວຽດນາມ ໄດ້ຈັດວາລະປະຊຸມປຶກສາຫາລືເປີດຂັ້ນລັດຖະມົນຕີຂອງສະພາຄວາມໝັ້ນຄົງ ດ້ວຍຫົວຂໍ້ “ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ແລະ ຮັກສາສັນຕິພາບແບບຍືນຍົງ: ເພີ່ມທະວີຄວາມສະໜິດຕິດພັນເພື່ອເຄື່ອນໄຫວຢ່າງມີປະສິດທິຜົນກວ່າ” ພາຍໃຕ້ຮູບການອອນລາຍປະສົມກັບການຈັດກອງປະຊຸມໂດຍກົງ ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊິນ ໄດ້ແບ່ງປັນບົດຮຽນທີ່ ຫວຽດນາມ ໄດ້ປະສົບຜົນສຳເລັດ. ທ່ານຖືວ່າ ບັນດາໂຄງການ, ນະໂຍບາຍ ຕ້ອງຖືປະຊາຊົນເປັນໃຈກາງ. ການຮ່ວມມືກັບຄູ່ຮ່ວມມືສາກົນຕ້ອງໄດ້ຮັບການເພີ່ມທະວີ, ໂດຍສະເພາະແມ່ນຜ່ານການແກ້ໄຂຜົນຮ້າຍຢ້ອນຫຼັງຂອງລູກລະເບີດທີ່ຍັງບໍ່ທັນແຕກ ເພື່ອຮຳບາດແຜສົງຄາມ.

        ໃນສະພາບການສາກົນຄືໃນປັດຈຸບັນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊິນ ຖືວ່າ ບັນດາປະເທດຕ້ອງຮ່ວມມືກັນໃຫ້ເປັນຢ່າງດີກວ່າອີກ ເພື່ອບັນລຸໄດ້ໝາກຜົນທີ່ຍືນຍົງກວ່າໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ, ໂດຍຜ່ານການສະໜອງດ້ານການເງິນ, ໜູນຊ່ວຍດ້ານເຕັກນິກ, ຍົກສູງກຳລັງຄວາມສາມາດ, ຄວາມຮັບຮູ້ ແລະ ແບ່ງປັນປະສົບການໃຫ້ແກ່ບັນດາປະເທດຖືກຜົນສະທ້ອນ.

        ເນື່ອງໃນໂອກາດນີ້, ສະພາຄວາມໝັ້ນຄົງ, ສປຊ ໄດ້ຮັບຮອງເອົາຖະແຫຼງການ ປະທານທຳອິດຂອງ ສະພາຄວາມໝັ້ນຄົງ ສປຊ ໂດຍ ຫວຽດນາມ ສະເໜີໃຫ້ປຶກສາຫາລືສະເພາະກ່ຽວກັບບັນຫາແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ. ຢູ່ນອກວາລະປະຊຸມ, ທ່ານນາງ Ilene Cohn ຫົວໜ້າອົງການເຄື່ອນໄຫວກ່ຽວກັບລູກລະເບີດ ສປຊ (UNMAS) ຖືວ່າ ຫວຽດນາມ ໄດ້ຍົກອອກບັນຫານີ້ໃນສະພາຄວາມໝັ້ນຄົງ ສປຊ ຖືກຈຸດເວລາທີ່ສຸດ ແລະ ຫວຽດນາມ ກໍ່ບັນລຸໄດ້ຄວາມຄືບໜ້າຫຼາຍຢ່າງໃນການແກ້ໄຂບັນຫາລູກລະເບີດທີ່ຍັງບໍ່ທັນແຕກ.

 

ຕອບກັບ

ຂ່າວ/ບົດ​ອື່ນ