ຫວຽດນາມ ເປັນປະທານຮ່ວມ ການສົນທະນາກັບບັນດາວິສາຫະກິດ ເພື່ອການພັດທະນາຍື່ນຍົງ

ຫວຽດນາມ ເປັນປະທານຮ່ວມ ການສົນທະນາກັບບັນດາວິສາຫະກິດ ເພື່ອການພັດທະນາຍື່ນຍົງ - ảnh 1
( ພາບປະກອບ )

( vovworld ) –   ​ໃນ​ຂອບ​ເຂດ​ກະ​ກຽມ​ໃຫ້​ແກ່​ກອງ​ປະຊຸມ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍື່ນ​ຍົງ ( Rio + 20 ), ຄະນະ​​ຜູ້ຕາງໜ້າ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ​ສົມທົບ​ກັບ​ຄະນະ​ຜູ້​ແທນ​ໂຮ​ນລັງ, Benin, Barbados ​ແລະ ອົງການ​​ເຄື່ອນ​ໄຫວວິ​ສາ​ຫະກິດ​ເພື່ອ​ການ​ພັດທະນາ​ແບບ​ຍື່ນ​ຍົງ ( BASD ) ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ “ ການ​​ໂອ້​ລົມ​ສົນທະນາ​ກັບ​ວິ​ສາ​ຫະກິດ ​ແລະ ບັນດາກຸ່ມອຸດສາຫະກຳ​ເພື່ອ​ການ​ພັດທະນາ​ແບບ​ຍື່ນ​ຍົງ ”. ນະ​ທີ່​ນີ້, ບັນດາ​ຝ່າຍ​ໄດ້​​ແລ​ກປ່ຽນ​ບັນດາ​ທັດສະນະ​ຂອງ​ລັດຖະບານ ​ແລະ ຂົງ​ເຂດ​ພາກ​ເອກະ​ຊົນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ, ປະກອບສ່ວນ​ຂອງ​ຂົງ​ເຂດ​​ເອກະ​ຊົນ​ໃຫ້​ບັນດາ​ເປົ້າ​ໝາຍ​ພັດ​ທະນະ​ແບບ​ຍື່ນ​ຍົງ. ຜູ້​ຕາງໜ້າ​ສະຫະ​ປະຊາ​ຊາດ ​ແລະ ອົງການ​ເຄື່ອນ​ໄຫວວິ​ສາ​ຫະກິດ​ເພື່ອ​ການ​ພັດທະນາ​ຢ່າງ​ໝັ້ນຄົງ​ໄດ້​ສະ​ແດງ​ບັນດາ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ເຄື່ອ​ນ​ໄຫວ, ທັດສະນະ ​ແລະ ບັນດາ​​ແຜນການ​​ເຄື່ອນ​ໄຫວຂອງ​ປະຊາ​ຄົມ​​ວິ​ສາ​ຫະກິດ​ທີ່​ມີ​ຕໍ່​ການ​ປະຕິບັດ​ບັນດາ​ໂຄງການ​ພັດທະນາ​ລະດັບ​ຊາດ ​ແລະ ສາກົນ.

   ດ້ວຍ​ບົດບາດເປັນ​ປະທານ​ຮ່ວມຊີ້​ນຳການ​ໂອ້​ລົມ​ສົນທະນາ, ທ່ານ​ເອກ​ອັກຄະ​ລັດຖະທູດ Le Hoai Trung, ຫົວໜ້າ​ຄະນະຜູ້ຕາງໜ້າຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ, ​ແນະນຳ​ການ​ພັດທະນາ ​ແລະ ບັນດາການ​ອຸທິດ​ສ່ວນຂອງ​ຂົງ​ເຂດ​ພາກ​ເອກະ​ຊົນ​ເຂົ້າ​ໃນ​ການ​ພັດທະ​ນາ​ລວມຂອງ​ຫວຽດນາມ, ​ເລື່ອງ​ສ້າງ​ຕັ້ງ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ຫວຽດນາມ ​ເພື່ອ​ການ​ພັດທະນາ​ແບບ​ຍື່ນ​ຍົງ, ກໍ​ຄືຊີ້​ແຈງ​ເຖິງບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ​ຫວຽດນາມ ​ໃນ​ການ​ສົ່ງ​ເສີມ​​ຂົງ​ເຂດ​ພາກ​ເອກະ​ຊົນ​ເຂົ້າ​ຮ່ວມ​ໃນ​ການພັດທະນາ​ແບບ​ຍື່ນ​ຍົງ.

    ພາຍຫຼັງ​ການ​ໂອ້​ລົມ​ສົນທະນາເປັນ​ຄັ້ງ​ທຳ​ອິດ​ນີ້, ຄະນະ​ຜູ້​ຕາງໜ້າ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ ຈະ​ສືບ​ຕໍ່​ສົມທົບ​ກັນ​ຈັດ​ຕັ້ງບັນດາ​ການ​ໂອ້​ລົມ​ສົນທະນາໃນ​ຂົງ​ເຂດ​ພາກ​ເອກະ​ຊົນ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ພາກ​ລັດ ​ແລະ ​ເອກະ​ຊົນ​ໃນ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍພັດທະນາ​ແບບ​ຍື່ນ​ຍົງ.
ຂ່າວ/ບົດ​ອື່ນ